ນັ້ນແມ່ນຂໍ້ສັງເກດຂອງທ່ານ Fernando Apparicio da Silva ເອກອັກຄະລັດຖະທູດບຣາຊິນ ປະຈໍາ ຫວຽດນາມ ກ່ຽວກັບການພັດທະນາເສດຖະກິດ-ສັງຄົມຂອງຫວຽດນາມ ແລະສາຍພົວພັນລະຫວ່າງບຣາຊິນ ແລະຫວຽດນາມ ໃນປີ 2020 ຜ່ານມາ.

leftcenterrightdel
ທ່ານ Fernando Apparicio da Silva ເອກອັກຄະລັດຖະທູດບຣາຊິນ ປະຈໍາ ຫວຽດນາມ ຖືວ່າຄວາມສາມາດບົ່ມຊ້ອນໃນການຮ່ວມມືລະຫວ່າງຫວຽດນາມ ແລະບຣາຊິນ ແມ່ນຫຼາຍທີ່ສຸດ. ພາບ: ສໍານັກຂ່າວສານຫວຽດນາມ.

ຕາມທ່ານ Fernando Apparicio da Silva ແລ້ວ ໂດຍບໍ່ຫົວຊາຕໍ່ຄວາມຫຍຸ້ງຍາກ, ປີ 2020 ແມ່ນປີທີ່ດີສຳລັບການພົວພັນສອງຝ່າຍລະຫວ່າງບຣາຊິນ ແລະຫວຽດນາມ. ສອງປະເທດໄດ້ຈັດຕັ້ງການປຶກສາຫາລືດ້ານການເມືອງຄັ້ງທີ 7 ຜ່ານລະບົບທາງໄກ, ປຶກສາຫາລືບັນດາບັນຫາທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ຜ່ານນັ້ນຊ່ວຍສອງຝ່າຍກໍານົດມາດຕະການເພີ່ມທະວີການຮ່ວມມືສອງຝ່າຍ.

ທ່ານ Fernando Apparicio da Silva ໃຫ້ຂໍ້ສັງເກດວ່າ ປີ 2021, ຄວາມສາມາດບົ່ມຊ້ອນການຮ່ວມມືລະຫວ່າງຫວຽດນາມ ແລະບຣາຊິນ ແມ່ນຫຼາຍທີ່ສຸດ. ໃນຊຸມປີຜ່ານມາ, ສອງຝ່າຍໄດ້ລົງນາມໃນເອກະສານສອງຝ່າຍຫຼາຍສະບັບໃນຂົງເຂດຕ່າງໆ, ຄື: ສາທາລະນະສຸກ, ການຄົ້ນຄວ້າວິທະຍາສາດ, ເຕັກໂນໂລຢີ ແລະວັດທະນະທໍາ, ສ້າງພື້ນຖານໃຫ້ບັນດາຂໍ້ລິເລີ່ມລວມ. ບຣາຊິນ ກໍ່ຄອຍຖ້າການລົງນາມຂໍ້ຕົກລົງສະບັບໃໝ່ໃນຂົງເຂດການຮ່ວມມືພັດທະນາ ແລະການສຶກສາທີ່ສຸດ. ຫວັງວ່າບັນດາກາລະໂອກາດດ້ານການຄ້າ ແລະການລົງທຶນຈະສືບຕໍ່ເຕີບໂຕໃນບັນດາຂົງເຂດ, ຄື: ເຄື່ອງຕໍ່າແຜ່ນຕັດຫຍິບ, ສິນໃນນ້ຳ, ສາທາລະນະສຸກ...

ໂດຍ: ເຈິ່ນຮວ່ຽນ