ທີ່ການເຮັດວຽກ, ສອງຝ່າຍໄດ້ແບ່ງປັນທັດສະນະກ່ຽວກັບສັນຍາການຄ້າເສລີລະຫວ່າງຫວຽດນາມ ແລະອັງກິດ (UKVFTA) ທີ່ມີຜົນສັກສິດ ແລະໄດ້ໝູນໃຊ້ຊົ່ວຄາວນັບແຕ່ວັນທີ 1 ມັງກອນ 2021 ແມ່ນມີຄວາມໝາຍອັນໃຫຍ່ຫຼວງ, ໝັ້ນໝາຍວ່າຈະເປັນກໍາລັງໜູນໃໝ່ພັດທະນາການພົວພັນດ້ານການຄ້າ ແລະການລົງທຶນອັນດີງາມລະຫວ່າງຫວຽດນາມ ແລະອັງກິດ.

leftcenterrightdel
ທ່ານຮອງລັດຖະມົນຕີ ດັ້ງຮວ່າງອານ ແລະທ່ານເອກອັກຄະລັດຖະທູດ  Gareth Ward ທີ່ການເຮັດວຽກ. ພາບ: vovworld.vn.

ໃນໄລຍະຈະມາເຖິງ, ກະຊວງອຸດສາຫະກໍາ ແລະການຄ້າຫວຽດນາມ ພ້ອມກັບສະຖານທູດອັງກິດ ຈະສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ, ແນໃສ່ຜັນຂະຫຍາຍສັນຍາ UKVFTA ໃຫ້ມີປະສິດທິຜົນ, ເສີມຂະຫຍາຍຄວາມສາມາດບົ່ມຊ້ອນຊ່ວຍເຫຼືອກັນກ່ຽວກັບໂຄງປະກອບສິນຄ້າລະຫວ່າງສອງປະເທດ, ຍົກສູງວົງເງິນການຄ້າສອງຝ່າຍກວ່າອີກ.

ຝ່າຍອັງກິດ ກໍ່ຢາກສົມທົບກັບກະຊວງອຸດສາຫະກໍາ ແລະການຄ້າຫວຽດນາມ ຈັດຕັ້ງກອງປະຊຸມປຶກສາຫາລືທາງໄກໃນຂົງເຂດພັດທະນາພະລັງງານຜະລິດຄືນໃໝ່. ສິ້ນສຸດການເຮັດວຽກ, ສອງຝ່າຍໄດ້ເຫັນດີເປັນເອກະສັນສືບຕໍ່ຄົ້ນຄວ້າທິດທາງຮ່ວມມືພັດທະນາໃນຂົງເຂດພະລັງງານຜະລິດຄືນໃໝ່ ແລະກະຊວງອຸດສາຫະກໍາ ແລະການຄ້າຫວຽດນາມ ພ້ອມແລ້ວທີ່ຈະສົມທົບ, ໜູນຊ່ວຍບັນດາອົງການ ແລະວິສາຫະກິດທີ່ກ່ຽວຂ້ອງຂອງສອງຝ່າຍພົບປະແລກປ່ຽນເມື່ອມີຄວາມຈໍາເປັນ.

ໂດຍ: ໄຊຊະນະ