ບົດຂຽນເນັ້ນໜັກວ່າ ເສດຖະກິດຫວຽດນາມ ພວມເຕີບໂຕຢ່າງແຮງ, ບັນດາບໍລິສັດນັບມື້ນັບຍາດແຍ່ງສ່ວນແບ່ງຕະຫລາດ, ໃນຂະນະທີ່ບັນດານັກລົງທຶນພາຍໃນ ແລະຕ່າງປະເທດພວມເຂົ້າຮ່ວມຢ່າງແຮງໃນຕະຫຼາດອາຊີຕາເວັນອອກສ່ຽງໃຕ້ນີ້.

leftcenterrightdel
ສື່ມວນຊົນເຢຍລະມັນ ຕີລາຄາສູງຄວາມສາມາດບົ່ມຊ້ອນດ້ານການລົງທຶນຢູ່ຫວຽດນາມ. ພາບ: ສໍານັກຂ່າວສານຫວຽດນາມ

ຜູ້ຂຽນຖືວ່າ, ໂດຍບໍ່ຫົວຊາຕໍ່ພະຍາດໂຄວິດ-19, ກໍາລັງຊຸກຍູ້ຕະຫຼາດຫຼັກຊັບຫວຽດນາມ ຍັງບໍ່ຖືກຕັດຕອນ. ນັບແຕ່ຕົ້ນເດືອນມັງກອນ 2021, ດັດຊະນີ VN Index ບັນລຸໄດ້ກວ່າ 9%, ເຮັດໃຫ້ຕະຫຼາດຫຼັກຊັບນະຄອນໂຮ່ຈີມິນ ຢືນອັນດັບທີ 2 ໃນຕາຕະລາງຈັດອັນດັບບັນດາສູນການເງິນມີກຳໄລຫຼາຍທີ່ສຸດໃນໂລກ. ແຕ່ເດືອນເມສາເຖິງເດືອນທັນວາ 2020, ດັດຊະນີຕະຫລາດຫຼັກຊັບຂອງຫວຽດນາມ ເພີ່ມຂຶ້ນ 15%. ໜຶ່ງໃນບັນດາປັດໄຈຊຸກຍູ້ສິ່ງດັ່ງກ່າວ ແມ່ນຍ້ອນບັນດານັກລົງທຶນຖອນເງິນຝາກປະຢັດອອກ ໄປລົງທຶນໃບຫຸ້ນ ເພື່ອແນໃສ່ຮັບມືກັບການຫຼຸດຜ່ອນອັດຕາດອກເບ້ຍຂອງທະນາຄານແຫ່ງລັດນັບແຕ່ເດືອນ ມີນາ 2020.

ຕາມບົດຂຽນແລ້ວ, ໃນປີ 2020, ຫວຽດນາມ ໄດ້ຮັບມືກັບພະຍາດໂຄວິດ-19 ຢ່າງໄວວາ ແລະສະເໝີຕົ້ນສະເໝີປາຍ, ຊ່ວຍໃຫ້ບັນດານັກລົງທຶນພາຍໃນປະເທດອຸ່ນອ່ຽນໃຈ. ທະນາຄານໂລກ (WB) ຄາດຄະເນວ່າ, ເສດຖະກິດຫວຽດນາມ ໃນປີ 2021 ຈະບັນລຸລະດັບເຕີບໂຕ 6,8%, ໃນຂະນະທີ່ລັດຖະບານວາງເປົ້າໝາຍບັນລຸລະດັບການເຕີບໂຕປະຈຳປີສະເລ່ຍ ແມ່ນ 6% ໃນຊຸມປີຕໍ່ໄປ.

ບົດຂຽນຖືວ່າຂໍ້ມູນທີ່ພາໃຫ້ນັກລົງທຶນຕ່າງປະເທດສົນໃຈນັ້ນແມ່ນເລື່ອງລັດຖະບານຫວຽດນາມ ສືບຕໍ່ຫັນລັດວິສາຫະກິດເປັນຫຸ້ນສ່ວນ ແລະນໍາໃບຫຸ້ນຂຶ້ນຕະຫຼາດຫຼັກຊັບ. ການຫັນເປັນຫຼາຍຮູບຫຼາຍແບບຈະຊ່ວຍໃຫ້ຕະຫຼາດການເງິນຫວຽດນາມ ມີຄວາມດຶງດູດກວ່າເກົ່າ, ພ້ອມທັງຫຼຸດຜ່ອນຄວາມສ່ຽງໄດ້. ນີ້ແມ່ນເຫດຜົນທີ່ບັນດານັກລົງທຶນຄວນເຂົ້າຮ່ວມການຄົ້ນຫາຫວຽດນາມ.

ໂດຍ: ກວຽດເຕິມ