ທ່ານນາງລັດຖະມົນຕີ Sigrid Kaag ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍ່ແມ່ນຄູ່ຮ່ວມມືສໍາຄັນແຖວໜ້າຂອງໂຮນລັງ ຢູ່ອາຊີ. ໃນໄລຍະຜ່ານມາ, ສອງປະເທດໄດ້ຮ່ວມມືຢ່າງແໜ້ນແຟ້ນໃນຫຼາຍຂົງເຂດ, ໂດຍສະເພາະແມ່ນບັນດາຂົງເຂດອຸດສາຫະກໍາ, ການນໍາໃຊ້ພະລັງງານສະອາດ, ພະລັງງານຜະລິດຄືນໃໝ່, ເສດຖະກິດໝູນວຽນ... ມຸ່ງໄປເຖິງການພັດທະນາແບບຍືນຍົງ. ພິເສດ, ສັນຍາ EVFTA ໄດ້ເປີດບັນດາໂອກາດໃໝ່ໃຫຍ່ຫຼວງກວ່າເກົ່າໃຫ້ແກ່ວິສາຫະກິດສອງປະເທດ ແລະແມ່ນຈຸດເວລາທີ່ເໝາະສົມເພື່ອໃຫ້ສອງຝ່າຍພ້ອມກັນເພີ່ມທະວີການຮ່ວມມືອັນເລິກເຊິ່ງກວ່າ.

leftcenterrightdel
ທ່ານ ເຈິ່ນຕ໊ວນແອັງ ລັດຖະມົນຕີກະຊວງອຸດສາຫະກໍາ ແລະການຄ້າຫວຽດນາມ. ພາບ: ສໍານັກຂ່າວສານຫວຽດນາມ.

ທ່ານລັດຖະມົນຕີ ເຈິ່ນຕ໊ວນແອັງ ໄດ້ຊົມເຊີຍຕໍ່ຄວາມເອົາໃຈໃສ່ຂອງລັດຖະບານ ກໍຄືຂອງບັນດາກຸ່ມບໍລິສັດໃຫຍ່ຂອງໂຮນລັງສໍາລັບບັນດາຂົງເຂດຮ່ວມມືດ້ານການຄ້າ, ອຸດສາຫະກໍາ ແລະພະລັງງານ ກໍຄືບັນດານະໂຍບາຍຂອງລັດຖະບານຫວຽດນາມທີ່ມີຕໍ່ນັກລົງທຶນຕ່າງປະເທດ. ໂອກາດນີ້, ທ່ານ ເຈິ່ນຕ໊ວນແອັງ ໄດ້ອະທິບາຍບັນດາບັນຫາລະອຽດເຊິ່ງແຕ່ລະວິສາຫະກິດໂຮນລັງ ສົນໃຈ; ເຮັດແຈ້ງບັນດາເນື້ອໃນທີ່ກ່ຽວຂ້ອງເຖິງການປະຕິບັດ EVFTA (ພາສີ, ຊັບສິນທາງປັນຍາ, ການຄ້າການບໍລິການ...) ແລະເລື່ອງຫວຽດນາມ ສາມາດໜູນຊ່ວຍຫຍັງແດ່ໃນຍຸດທະສາດຂອງບັນດານັກລົງທຶນໂຮນລັງ ເພື່ອນໍາຫວຽດນາມ ກາຍເປັນສູນຜະລິດ ແລະບໍລິໂພກໃນພາກພື້ນອາຊຽນ.

ສິ້ນສຸດການປະຊຸມ, ລັດຖະມົນຕີສອງທ່ານ ຢັ້ງຢືນວ່າຈະອໍານວຍຄວາມສະດວກເພື່ອໃຫ້ວິສາຫະກິດສອງປະເທດໝູນໃຊ້ດີທີ່ສຸດບັນດາໂອກາດທີ່ເປີດອອກເມື່ອສັນຍາການຄ້າເສລີ EVFTA ມີຜົນສັກສິດ.

ໂດຍ: ຮວ່າງເຈື່ອງ