ທີ່ກອງປະຊຸມ, ທ່ານ ເຈິ່ນຕ໊ວນແອັງ ເນັ້ນໜັກວ່າ ຫວຽດນາມ ຍາມໃດກໍ່ຖືເປັນສໍາຄັນການພົວພັນຄູ່ຮ່ວມມືຍຸດທະສາດກັບເຢຍລະມັນ, ຍາມໃດກໍ່ປາດຖະໜາຢາກຊຸກຍູ້ການຮ່ວມມືດ້ານເສດຖະກິດ, ການຄ້າ, ອຸດສາຫະກໍາລະຫວ່າງສອງຝ່າຍກວ່າອີກ. ທ່ານ ເຈິ່ນຕ໊ວນແອັງ ປາດຖະໜາວ່າ ສອງປະເທດຈະເພີ່ມທະວີການຮ່ວມມືໃນຂົງເຂດພະລັງງານ, ຮັບປະກັນຄວາມໝັ້ນຄົງດ້ານພະລັງງານກໍ່ຄືການຈັດແບ່ງບັນດາແຫຼ່ງພະລັງງານໃຫ້ມີຄວາມດຸ່ນດ່ຽງ, ເໝາະສົມ, ນໍາໃຊ້ປະຢັດ, ມີປະສິດທິຜົນປະກອບສ່ວນໃຫ້ແກ່ການພັດທະນາເສດຖະກິດແບບຍືນຍົງຢູ່ຫວຽດນາມ.

leftcenterrightdel
ບັນຍາກາດທີ່ກອງປະຊຸມ. ພາບ: cand.vn.

ກ່ຽວກັບການຮ່ວມມືດ້ານອຸດສາຫະກໍາ, ທ່ານ ເຈິ່ນຕ໊ວນແອັງ ສະເໜີຝ່າຍເຢຍລະມັນ ສືບຕໍ່ສ້າງເງື່ອນໄຂໃຫ້ບັນດາວິສາຫະກິດຫວຽດນາມ ເຂົ້າຮ່ວມລະບົບຜະລິດເຄື່ອງອາໄຫຼ່ຂອງບັນດາກຸ່ມບໍລິສັດໃຫຍ່ຂອງເຢຍລະມັນ, ປະກອບສ່ວນຊຸກຍູ້ການພັດທະນາຂະແໜງອຸດສາຫະກໍາໜູນຊ່ວຍ ເພື່ອສ້າງພື້ນຖານແບບຍືນຍົງໃຫ້ອຸດສາຫະກໍາຫວຽດນາມ...

ກ່າວຄໍາເຫັນທີ່ກອງປະຊຸມ, ທ່ານ Peter Atmaier ໃຫ້ຮູ້ວ່າ ລັດຖະບານເຢຍລະມັນ ກໍ່ຄືກະຊວງເສດຖະກິດ ແລະພະລັງງານເຢຍລະມັນ ຈະໜູນຊ່ວຍຈົນສຸດຄວາມສາມາດຂອງຕົນ ເພື່ອຊຸກຍູ້ການປະຕິບັດບັນດາຂໍ້ຕົກລົງກ່ຽວກັບການຮ່ວມມືດ້ານການຄ້າ ແລະອຸດສາຫະກໍາຢ່າງມີປະສິດທິຜົນ, ໃນນັ້ນມີສັນຍາການຄ້າເສລີຫວຽດນາມ-ເອີຣົບ (EVFTA) ເພື່ອແນໃສ່ຊຸກຍູ້ ແລະເພີ່ມທະວີການພົວພັນດ້ານເສດຖະກິດ, ການຄ້າອັນດີງາມລະຫວ່າງສອງຝ່າຍກວ່າອີກ ແລະນີ້ກໍ່ຈະແມ່ນກົນໄກຊ່ວຍເຫຼືອທີ່ມີປະສິດທິຜົນກວ່າອີກ ເພື່ອໃຫ້ວິສາຫະກິດສອງຝ່າຍແຊກຊຶມເຂົ້າຕະຫຼາດຂອງກັນ, ພິເສດໃນສະພາບພະຍາດໂຄວິດ-19 ທັງສອງຝ່າຍລ້ວນແຕ່ຕ້ອງມານະພະຍາຍາມຮ່ວມມືກວ່າອີກ ເພື່ອຍູ້ແຮງຂະບວນການຟື້ນຟູເສດຖະກິດ.

ໂດຍ: ທະນາພອນ