ຫວຽດນາມ ໄດ້ຄວບຄຸມພະຍາດໂຄວິດ-19 ໃນປີ 2020 ສໍາເລັດຜົນ ແລະມີຄວາມສາມາດຮັກສາສະຖຽນລະພາບໃນປີ 2021. ນີ້ແມ່ນຂໍ້ສັງເກດຂອງທ່ານ Joseph Incalcaterra, ຫົວໜ້ານັກເສດຖະກິດກ່ຽວກັບອາຊຽນ ສັງກັດບໍລິສັດຄົ້ນຄວ້າທົ່ວໂລກຂອງທະນາຄານ HSBC (HSBC Global Research) ໃນບົດຂຽນລົງໃນເວັບໄຊ dailymirror.lk ສະບັບຫວ່າງແລ້ວນີ້.

leftcenterrightdel
ການເຄື່ອນໄຫວຂອງວິສາຫະກິດ FDI ຢູ່ຫວຽດນາມ. ພາບປະກອບຈາກສໍານັກຂ່າວສານຫວຽດນາມ

ຕາມນັກຊ່ຽວຊານ Incalcaterra ແລ້ວ, ຫວຽດນາມ ພ້ອມກັບສິງກະໂປ ແມ່ນສອງປະເທດຢູ່ອາຊີຕາເວັນອອກສ່ຽງໃຕ້ສາມາດຄວບຄຸມພະຍາດໂຄວິດ-19 ແລະຜັນຂະຫຍາຍລາຍການສັກຢາກັນພະຍາດຢ່າງສະດວກ.

ທ່ານໄດ້ເຊີດຊູວິທີຮັບມືກັບພະຍາດຂອງຫວຽດນາມ, ຖືວ່າຄວາມສາມາດຄວບຄຸມພະຍາດໄດ້ຊ່ວຍໃຫ້ຫວຽດນາມ ຮັກສາຊື່ສຽງແມ່ນ “ສະຖານທີ່ດີທີ່ສຸດ” ສໍາລັບການລົງທຶນໂດຍກົງຈາກຕ່າງປະເທດ (FDI). ຕາມທ່ານແລ້ວ, ຫວຽດນາມ ໄດ້ຮັບຖືວ່າແມ່ນໃຈກາງຜະລິດອີງໃສ່ຕົວເລກຕົວຈິງແມ່ນທຶນ FDI ຍັງລົງທຶນເຂົ້າແຮງທີ່ສຸດໃນປີ 2020.

ໂດຍ: ກວຽດເຕິມ