leftcenterrightdel
ພາບປະກອບຄັດຈາກ: ສໍານັກຂ່າວສານຫວຽດນາມ.

ຕາມກະຊວງອຸດສາຫະກໍາ ແລະການຄ້າຫວຽດນາມ ໃນສະພາບການທີ່ອັງກິດ ໄດ້ຖອນຕົວອອກຈາກສະຫະພາບເອີລົບ ຢ່າງເປັນທາງການ ແລະກະກຽມສິ້ນສຸດໄລຍະຫົວລ້ຽວຫົວຕໍ່ໃນວັນທີ 31 ທັນວາ ປີ 2020, ເລື່ອງນຳໃຊ້ສັນຍາ UKVFTA ຊົ່ວຄາວຈະຮັບປະກັນການຄ້າສອງຝ່າຍລະຫວ່າງຫວຽດນາມ ແລະອັງກິດ ບໍ່ຖືກຕັດຂາດພາຍຫຼັງສິ້ນສຸດໄລຍະຫົວລ້ຽວຫົວຕໍ່ໃນຂະນະທີ່ສອງຝ່າຍສືບຕໍ່ປະຕິບັດໃຫ້ສໍາເລັດກ່ຽວກັບລະບຽບການພາຍໃນປະເທດ ເພື່ອໃຫ້ສອດຄ່ອງກັບຂໍ້ກຳນົດກົດໝາຍຂອງແຕ່ລະຝ່າຍ.

ໃນໄລຍະຈະມາເຖິງ, ຄຽງຂ້າງເລື່ອງເຮັດສໍາເລັດລະບຽບການພາຍໃນປະເທດເພື່ອໃຫ້ສັດຕະຍາບັນສັນຍາ UKVFTA, ກະຊວງອຸດສາຫະກໍາ ແລະການຄ້າຫວຽດນາມ ຈະສົມທົບກັບບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງປະກາດໃຊ້ເອກະສານແນະນໍາໃຫ້ລະອຽດເພື່ອນຳໃຊ້ສັນຍາແບບຊົ່ວຄາວ; ພ້ອມທັງຜັນຂະຫຍາຍເລືອງກໍ່ສ້າງແຜນການປະຕິບັດເພື່ອຮັບປະກັນຍາດແຍ່ງເອົາກາລະໂອກາດໃຫ້ໄດ້ຫຼາຍທີ່ສຸດຈາກສັນຍານີ້, ນຳເອົາຜົນປະໂຫຍດມາໃຫ້ປະຊາຊົນ ແລະວິສາຫະກິດຫວຽດນາມ.

ໂດຍ: ກວຽດເຕີມ