ວັນທີ 21 ທັນວາ, ທ່ານ ໂດມິງຮຸ່ງ ເອກອັກຄະລັດຖະທູດຫວຽດນາມ ປະຈຳ ອິດສະຣາແອນ ແລະທ່ານ ກາບີ ອາຊາເກນາຈີ ລັດຖະມົນຕີກະຊວງການຕ່າງປະເທດຂອງອິດສະຣາແອນ ໄດ້ລົງນາມອະນຸສັນຍາສັນຍາການຂົນສົ່ງສິນຄ້າທາງອາກາດສະບັບໃໝ່ຢູ່​ນະຄອນເຈຣູຊາເລມ (ອິດສະຣາແອນ) ເພື່ອເພີ່ມທະວີຮ່ວມມືໃນຂົງເຂດການບິນ ໃນນັ້ນລວມມີແຜນການເປີດເສັ້ນທາງບິນໂດຍກົງແນໃສ່ຊຸກຍູ້ການຄ້າ ແລະການທ່ອງທ່ຽວລະຫວ່າງສອງປະເທດ.

leftcenterrightdel
ພາບປະກອບຄັດຈາກ: ຂປລ.

ໃນໄລຍະເຮັດວຽກຮ່ວມກັນ, ທ່ານ ໂດມິງຮຸ່ງ ແລະທ່ານ ກາບີ ອາຊາເກນາຈີ ໄດ້ແລກປ່ຽນບາງເນື້ອໃນສຳຄັນຂອງການຮ່ວມມືກັນລະຫວ່າງສອງປະເທດເປັນຕົ້ນການສືບຕໍ່ເຈລະຈາສັນຍາການຄ້າເສລີລະຫວ່າງຫວຽດນາມ-ອິດສະຣາແອນ ແລະການລິເລີ່ມເຈລະຈາສັນຍາກ່ຽວກັບການຮ່ວມມືແຮງງານລະຫວ່າງສອງປະເທດໂດຍສະເພາະໃນຂົງເຂດກະສິກຳ. ເຖິງແມ່ນວ່າປີ 2020, ສອງຝ່າຍໄດ້ຮັບຜົນກະທົບຈາກພະຍາດໂຄວິດ-19 ແຕ່ມູນຄ່າການຄ້າສອງສົ້ນລະຫວ່າງຫວຽດນາມ-ອິດສະຣາແອນ ຍັງບັນລຸເຖິງ 1,3 ຕື້ໂດລາສະຫະລັດ, ເພີ່ມຂຶ້ນເມ່ືອທຽບໃສ່ປີ 2019​ ຜ່ານມາ.

ເນື້ອໃນ: ຂປລ