ຕາມເນື້ອໃນ MOU, VMBIZ ແລະ BOCGB ໄດ້ເຫັນດີເປັນເອກະພາບເສີມຂະຫຍາຍກໍາລັງແຮງເຄືອຂ່າຍນັກທຸລະກິດ, ວິສາຫະກິດຂອງຕົນ, ສ້າງພື້ນຖານ ແລະສະພາບແວດລ້ອມແຫ່ງການຮ່ວມມື, ດໍາເນີນທຸລະກິດ, ຈັດຕັ້ງເຫດການເພື່ອໃຫ້ນັກທຸລະກິດ ແລະວິສາຫະກິດສອງປະເທດພົບປະ, ຊອກຫາຄູ່ຮ່ວມມືທີ່ມີຄວາມສາມາດບົ່ມຊ້ອນ, ປຸກລະດົມແຫຼ່ງກໍາລັງໃຫ້ບັນດາໂຄງການລົງທຶນທີ່ມີປະສິດທິຜົນສູງ.

ສອງຝ່າຍກໍ່ເຫັນດີເປັນເອກະສັນໜູນຊ່ວຍການສະໜອງຂໍ້ມູນກ່ຽວກັບໂຄງການ, ຕະຫຼາດ, ອັບເດດນະໂຍບາຍທີ່ກ່ຽວຂ້ອງເພື່ອຊ່ວຍເຫຼືອບັນດາສະມາຊິກກໍາແໜ້ນກາລະໂອກາດລົງທຶນ, ດໍາເນີນທຸລະກິດໃຫ້ເປັນຢ່າງດີບໍ່ພຽງແຕ່ຢູ່ສອງປະເທດເທົ່ານັ້ນ, ຫາກຍັງຢູ່ທັງພາກພື້ນກໍ່ຄືໃນໂລກອີກດ້ວຍ.

leftcenterrightdel
ບັນຍາກາດທີ່ພິທີລົງນາມ. ພາບ: ຮ່າງອັກ.

ທີ່ພິທີລົງນາມ, ທ່ານ ເຈິ່ນຫວຽດທ໊າຍ ເອກອັກຄະລັດຖະທູດຫວຽດນາມ ປະຈໍາ ມາເລເຊຍ ກ່າວວ່າ ຫວຽດນາມ ຍາມໃດກໍ່ຖືເປັນສໍາຄັນການພົວພັນກັບມາເລເຊຍ ແລະປາດຖະໜາຢາກຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດ, ສະໜິດຕິດພັນຜົນປະໂຫຍດສອງຝ່າຍກັບມາເລເຊຍ, ໃນນັ້ນເສດຖະກິດ, ການຄ້າ, ການລົງທຶນແມ່ນເສົາຄ້ໍາສໍາຄັນ.

ພາຍຫຼັງພິທີລົງນາມ, ຫຼາຍວິສາຫະກິດສະມາຊິກ BOCGB, ຄື: Juho, Gloco ໄດ້ນຳສະເໜີແຜນການລົງທຶນເຂົ້າຫວຽດນາມ ໃນຫຼາຍຂົງເຂດກໍ່ຄືປາດຖະໜາຢາກເປີດກວ້າງຊ່ອງທາງໃຫ້ສິນຄ້າຫວຽດນາມ ມາຍັງ ມາເລເຊຍ ເວົ້າສະເພາະ ແລະມຸ່ງໄປເຖິງບັນດາປະເທດສາສະໜາອິດສະລາມອື່ນເວົ້າລວມ.

ເຖິງວ່າ VMBIZ ຫາກໍ່ໄດ້ຮັບການສ້າງຕັ້ງເມື່ອປີ 2018 ກໍ່ຕາມ, ແຕ່ກໍ່ມີຫຼາຍການເຄື່ອນໄຫວທີ່ແທດຈິງໄດ້ເປັນຂົວຕໍ່ຕິດພັນວິສາຫະກິດຫວຽດນາມ ກັບວິສາຫະກິດມາເລເຊຍ ເພື່ອພ້ອມກັນພັດທະນາ. ໃນໄລຍະເກີດພະຍາດ, VMBIZ ໄດ້ຮ່ວມມືຢ່າງແໜ້ນແຟ້ນພ້ອມກັບຫ້ອງການຄ້າຫວຽດນາມ ຢູ່ມາເລເຊຍ ຈັດຕັ້ງຫຼາຍກອງປະຊຸມສໍາມະນາໂດຍກົງກ່ຽວກັບການສົ່ງອອກສິນຄ້າຫວຽດນາມ ໄປຍັງມາເລເຊຍ, ໂດຍສະເພາະແມ່ນໃນທຸກຂົງເຂດເຊິ່ງ ຫວຽດນາມ ມີທ່າແຮງ, ຄື: ຜະລິດຕະພັນກະເສດ, ສິນໃນນໍ້າ...

ໂດຍ: ເກື່ອງດັ້ງ