ທີ່ກອງປະຊຸມສໍາມະນາ, ທ່ານ ເຈິ່ນແທັ່ງກົງ ເອກອັກຄະລັດຖະທູດຫວຽດນາມ ປະຈໍາ ເອຢິບ ກ່າວວ່າ ຄວາມສາມາດບົ່ມຊ້ອນໃນການພັດທະນາການພົວພັນດ້ານເສດຖະກິດຂອງຫວຽດນາມ ກັບນະຄອນ Alexandria ເວົ້າສະເພາະ ແລະເອຢິບ ເວົ້າລວມແມ່ນໃຫຍ່ຫຼວງທີ່ສຸດ. Alexandria ແມ່ນນະຄອນໃຫຍ່ທີ 2 ຂອງເອຢິບ ເຊິ່ງມີແງ່ຫວັງຮ່ວມມືກ່ຽວກັບທ່າກຳປັ່ນທະເລ, ການຂົນສົ່ງສິນຄ້າ, ລ້ຽງປູກສິນໃນນ້ຳ, logistics…

leftcenterrightdel
ທ່ານ ເຈິ່ນແທັ່ງກົງ ເອກອັກຄະລັດຖະທູດຫວຽດນາມ ພ້ອມດ້ວຍຄະນະປະຕິບັດງານຂອງສະຖານທູດຫວຽດນາມ ປະຈໍາ ເອຢິບ ໄດ້ມີການເຮັດວຽກກັບຫ້ອງການຄ້າ Alexandria. ພາບ: ສໍານັກຂ່າວສານຫວຽດນາມ.

ເລື່ອງສະຖານທູດຫວຽດນາມ ຈັດກອງປະຊຸມສໍາມະນາຄັ້ງນີ້ແມ່ນໂອກາດເພື່ອພົບປະກັບປະຊາຄົມວິສາຫະກິດຢູ່ທີ່ນີ້, ເປັນຕົ້ນແມ່ນບັນດານັກທຸລະກິດທຳມາຫາກິນກັບຫວຽດນາມ ໃນບັນດາຂົງເຂດ, ຄື: ອຸປະກອນເອເລັກໂຕນິກ, ສິນໃນນ້ຳ, ສິນທະເລ, ຕັດຫຍິບ ແລະໂທລະຄົມມະນາຄົມ. ນີ້ກໍ່ແມ່ນກາລະໂອກາດເພື່ອໃຫ້ສິນຄ້າຫວຽດນາມ ສາມາດສົ່ງໄປຍັງ ເອຢິບ ແລະນໍາມາເຊິ່ງໝາກຜົນຢ່າງຕັ້ງໜ້າ.

ກ່ອນໜ້ານັ້ນ, ໃນຂອບເຂດການປະຕິບັດງານຢູ່ນະຄອນ Alexandria, ທ່ານ ເຈິ່ນແທັ່ງກົງ ພ້ອມດ້ວຍຄະນະປະຕິບັດງານໄດ້ມີການພົບປະກັບການນໍານະຄອນ. ທີ່ການພົບປະ, ສອງຝ່າຍສະແດງຄວາມປາດຖະໜາຈະຊຸກຍູ້ການຮ່ວມມືລະຫວ່າງສອງປະເທດໃນຫຼາຍຂົງເຂດຜ່ານການເປີດຖ້ຽວບິນຫວຽດນາມ-ເອຢິບ, ແຮກສ່ຽວລະຫວ່າງນະຄອນ Alexandria ກັບບາງທ້ອງຖິ່ນຂອງຫວຽດນາມ ແລະເພີ່ມທະວີການຮ່ວມມືກ່ຽວກັບທ່າກຳປັ່ນທະເລ, ແລກປ່ຽນການຂົນສົ່ງທາງທະເລລະຫວ່າງ Alexandria ແລະຫວຽດນາມເພື່ອນໍາບັນດາຜະລິດຕະພັນສົ່ງອອກຂອງຫວຽດນາມ ໄປຍັງ ເອຢິບ ກໍ່ຄືຈາກ ເອຢິບ ໄປຍັງບັນດາປະເທດໃນພາກພື້ນ...

ໂດຍ: ເຈິ່ນຮວ່ຽນ