ກອງປະຊຸມຄະນະກຳມະການປະສົມ ແມ່ນເຫດການສໍາຄັນໄດ້ຈັດຕັ້ງປະຈໍາປີແມ່ນສະແດງໃຫ້ເຫັນຄວາມຕັດສິນໃຈຂອງສອງຝ່າຍແນໃສ່ເພີ່ມທະວີຊຸກຍູ້ການຮ່ວມມືສອງຝ່າຍໃນຂົງເຂດເສດຖະກິດ, ການຄ້າ ແລະຫັນການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງຫວຽດນາມ ແລະອີຕາລີ ໃຫ້ປະກົດຜົນເປັນຈິງ.

leftcenterrightdel
ບັນຍາກາດທີ່ກອງປະຊຸມ. ພາບ: qdnd.vn.

ສອງຝ່າຍໄດ້ພ້ອມກັນແລກປ່ຽນ, ຮັບຮູ້ ແລະຕີລາຄາຄືນກ່ຽວກັບເນື້ອໃນຮ່ວມມືດ້ານເສດຖະກິດ, ການຄ້າຕົ້ນຕໍ, ລະອຽດໃນຂົງເຂດພະລັງງານ, ກະສິກໍາ,  ເຄື່ອງຈັກອຸດສາຫະກໍາ, ເຄື່ອງຕໍ່າແຜ່ນຕັດຫຍິບ... ສະເໜີ ແລະເຫັນດີເປັນເອກະພາບຕໍ່ຫຼາຍແຜນການຄວນໄດ້ປະຕິບັດໃນໄລຍະຈະມາເຖິງແນໃສ່ຟື້ນຟູເສດຖະກິດພາຍຫຼັງພະຍາດໂຄວິດ-19 ໂດຍໄວ, ພ້ອມທັງກະກຽມໝູນໃຊ້ຜົນປະໂຫຍດເຊິ່ງສັນຍາການຄ້າເສລີຫວຽດນາມ-ສະຫະພາບເອີລົບ (EVFTA) ນໍາມາໃຫ້, ຊຸກຍູ້ການພົວພັນຮ່ວມມືດ້ານເສດຖະກິດລະຫວ່າງສອງປະເທດໃຫ້ຂຶ້ນສູ່ລະດັບສູງໃໝ່.

ສິ້ນສຸດກອງປະຊຸມ, ສອງຝ່າຍໄດ້ລົງນາມບົດບັນທຶກກອງປະຊຸມຄັ້ງທີ 6, ຄະນະກຳມະການປະສົມກ່ຽວກັບການຮ່ວມມືດ້ານເສດຖະກິດລະຫວ່າງກະຊວງອຸດສາຫະກຳ ແລະການຄ້າຫວຽດນາມ ກັບກະຊວງການຕ່າງປະເທດ ແລະຮ່ວມມືສາກົນອີຕາລີ ຜ່ານຮູບການຈົດໝາຍທາງການທູດ ແລະເຫັນດີເປັນເອກະພາບຈັດກອງປະຊຸມຄັ້ງທີ 7 ຂອງຄະນະກຳມະການປະສົມຢູ່ອີຕາລີ ໃນປີ 2021.

ໂດຍ: ເຈິ່ນຮວ່ຽນ