ເວທີປາໄສເພື່ອແນໃສ່ອັບເດດສະພາບການ, ການກໍານົດທິດພັດທະນາ, ຄາດຄະເນນະໂຍບາຍການຄ້າ-ການລົງທຶນຂອງຫວຽດນາມ ແລະອາເມລິກາ ໃນຊຸມປີຕໍ່ໄປ. ນັບແຕ່ເມື່ອສັນຍາການຄ້າຫວຽດນາມ-ອາເມລິກາ (BTA) ໄດ້ຮັບການລົງນາມໃນປີ 2000, ການຄ້າສອງສົ້ນລະຫວ່າງສອງປະເທດມີການເຕີບໂຕຢ່າງແຮງ. ຕາມກະຊວງອຸດສາຫະກໍາ-ການຄ້າຫວຽດນາມ ແລ້ວ, 10 ເດືອນຕົ້ນປິ 2020, ອາເມລິກາ ແມ່ນຕະຫຼາດສົ່ງອອກໃຫຍ່ທີ່ສຸດຂອງຫວຽດນາມ ດ້ວຍວົງເງິນການຄ້າບັນລຸ 62,3 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 24% ເມື່ອທຽບໃສ່ກັບໄລຍະດຽວປີ 2019 ແລະນໍາເຂົ້າສິນຄ້າ, ອຸປະກອນຈາກອາເມລິກາ ບັນລຸ 11,6 ຕື້ໂດລາສະຫະລັດ...

leftcenterrightdel
ບັນຍາກາດທີ່ເວທີປາໄສ. ພາບ: congthuong.vn.

ທີ່ເວທີປາໄສ, ບັນດາຜູ້ແທນໄດ້ປຶກສາຫາລືບັນດາມາດຕະການຊ່ວຍວິສາຫະກິດກໍາແໜ້ນ, ໝູນໃຊ້ກາລະໂອກາດ ເພື່ອຜັນຂະຫຍາຍແຜນການດໍາເນີນທຸລະກິດຢ່າງເໝາະສົມ ແລະມີປະສິດທິຜົນ, ຍາວນານ; ເພີ່ມທະວີການເຊື່ອມຕໍ່ການເຂົ້າຮ່ວມຂອງວິສາຫະກິດຫວຽດນາມ ໃນລະບົບຕ່ອງໂສ້ການສະໜອງທົ່ວໂລກ, ພັດທະນາການລົງທຶນທີ່ມີຄຸນນະພາບຂອງອາເມລິກາ ຢູ່ຫວຽດນາມ; ຊຸກຍູ້ການຮ່ວມມືດ້ານການຄ້າ, ການລົງທຶນລະຫວ່າງວິສາຫະກິດສອງປະເທດຜ່ານບັນດາກິດຈະກໍາແນະນໍາ, ໂຄສະນາ, ເຊື່ອມຕໍ່ວິສາຫະກິດ...

ໂດຍ: ທະນາພອນ