ທີ່ການປະຊຸມ, ສອງຝ່າຍໄດ້ແລກປ່ຽນ ແລະລົງນາມຈົດໝາຍເຈດຈຳນົງກ່ຽວກັບການສົມທົບກັນສ້າງຄັງຂໍ້ມູນການຄ້າແຫ່ງຊາດຂອງຫວຽດນາມ ແລະເຊື່ອມຕໍ່ເພື່ອກາຍເປັນພາກສ່ວນໜຶ່ງຂອງຄັງຂໍ້ມູນການຄ້າອາຊຽນ.

leftcenterrightdel
ທ່ານ ເຈິ່ນກ໊ວກແຄ໊ງ ແລະທ່ານ Greg Hands ລົງນາມຈົດໝາຍເຈດຈຳນົງກ່ຽວກັບການສົມທົບກັນສ້າງຄັງຂໍ້ມູນການຄ້າແຫ່ງຊາດຂອງຫວຽດນາມ. ພາບໂດຍສະຖານທູດອັງກິດ ປະຈໍາ ຫວຽດນາມ ສະໜອງ.

ພາຍຫຼັງປະຕິບັດສໍາເລັດ, ຄັງຂໍ້ມູນນີ້ຈະສ້າງເງື່ອນໄຂສະດວກເພື່ອໃຫ້ການຄ້າເສລີ ແລະຕະຫຼາດເປີດຢູ່ຫວຽດນາມ ຮັບຮອງເອົາການເຕົ້າໂຮມ, ອັບເດດຂໍ້ມູນຂ່າວສານທີ່ກ່ຽວຂ້ອງເຖິງການນຳເຂົ້າ-ສົ່ງອອກຢ່າງຄົບຖ້ວນ ແລະໜູນຊ່ວຍວິສາຫະກິດສາກົນໄດ້ສໍາຜັດ, ຊອກຫາບັນດາຂໍ້ກຳນົດ ແລະກົດໝາຍທີ່ກ່ຽວຂ້ອງເຖິງການດໍາເນີນທຸລະກິດຢູ່ຫວຽດນາມ ໄດ້ຢ່າງງ່າຍດາຍກວ່າ. ພ້ອມກັນນັ້ນ, ຄັງຂໍ້ມູນກໍ່ຈະຊ່ວຍຊຸກຍູ້ການລົງທຶນ ແລະເພີ່ມທະວີການແລກປ່ຽນຂອງຫວຽດນາມ ກັບບັນດາລະບົບສະໜອງທົ່ວໂລກ, ປະກອບສ່ວນເຂົ້າໃນການເຕີບໂຕເສດຖະກິດ ແລະປັບປຸງການຫາເງິນລ້ຽງຊີບຂອງປະຊາຊົນ. ນອກຈາກນັ້ນ, ໂຄງການກໍ່ຈະຊ່ວຍຫວຽດນາມ ສ້າງຕັ້ງກົນໄກສົມທົບລະຫວ່າງບັນດາກະຊວງ, ຄະນະ, ຂະແໜງການ ເພື່ອຮັບຮູ້ ແລະຮັກສາຄັງຂໍ້ມູນນີ້ໃຫ້ມີປະສິດທິຜົນ, ກໍ່ຄືຊ່ວຍບໍາລຸງສ້າງ ແລະຍົກສູງກໍາລັງຄວາມສາມາດໃຫ້ພະນັກງານພາກລັດ ແລະພາກເອກະຊົນຂຸດຄົ້ນບັນດາຜົນປະໂຫຍດໃຫ້ໄດ້ຫຼາຍທີ່ສຸດເຊິ່ງຄັງຂໍ້ມູນນຳມາໃຫ້.

leftcenterrightdel
ທ່ານ Gareth Ward ເອກອັກຄະລັດຖະທູດອັງກິດ ປະຈໍາ ຫວຽດນາມ ເຂົ້າຮ່ວມພິທີລົງນາມຜ່ານລະບົບທາງໄກ. ພາບໂດຍສະຖານທູດອັງກິດ ປະຈໍາ ຫວຽດນາມ ສະໜອງ.

ກ່າວຄໍາເຫັນທີ່ພິທີລົງນາມຜ່ານລະບົບທາງໄກ, ທ່ານ Gareth Ward ເອກອັກຄະລັດຖະທູດອັງກິດ ປະຈໍາ ຫວຽດນາມ ໄດ້ຢັ້ງຢືນວ່າ ຄັງຂໍ້ມູນການຄ້າແຫ່ງຊາດຂອງຫວຽດນາມ ຈະນຳເອົາມູນຄ່າອັນໃຫຍ່ຫຼວງມາໃຫ້ບັນດາວິສາຫະກິດໃນທົ່ວໂລກ, ລວມມີວິສາຫະກິດອັງກິດ, ສົ່ງເສີມການຄ້າສິນຄ້າ ແລະບໍລິການກັບຫວຽດນາມ ແລະອາຊຽນ.

ໂດຍ: ດັ້ງເກື່ອງ