ທີ່ການຕ້ອນຮັບ, ທ່ານ ຫງວຽນຊວນຟຸກ ເນັ້ນໜັກວ່າ ຫວຽດນາມ ແລະລັດເຊຍ ເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ, ຮ່ວມມືກັບລັດເຊຍ ແມ່ນບຸລິມະສິດຍາວນານຂອງຫວຽດນາມ. ທ່ານຖືວ່າ, ການຮ່ວມມືລະຫວ່າງສອງປະເທດຍັງບໍ່ທັນສົມກັບຄວາມສາມາດບົ່ມຊ້ອນ, ທ່ານ ຫງວຽນຊວນຟຸກ ສະເໜີໃຫ້ທ່ານ Konstantin Vnukov ແລະກຸ່ມບໍລິສັດ Novatek ຕ້ອງເສີມຂະຫຍາຍບົດບາດຂົວຕໍ່ເພື່ອນໍາບັນດານັກລົງທຶນລັດເຊຍ ມາຫວຽດນາມ ໃຫ້ຫຼາຍກວ່າເກົ່າ, ເຊິ່ງບໍ່ພຽງແຕ່ລົງທຶນໃນຂົງເຂດພະລັງງານເທົ່ານັ້ນ ຫາກຍັງຫຼາຍຂົງເຂດອື່ນຕື່ມອີກ.

 

leftcenterrightdel
ບັນຍາກາດທີ່ການຕ້ອນຮັບ. ພາບ: ສໍານັກຂ່າວສານຫວຽດນາມ.

ສ່ວນທ່ານ Konstantin Vnukov ກໍ່ສະແດງຄວາມເສົ້າສະຫຼົດໃຈເຖິງລັດຖະບານ ແລະປະຊາຊົນຫວຽດນາມ ກ່ຽວກັບຄວາມເສຍຫາຍອັນໃຫຍ່ຫຼວງຍ້ອນພາຍຸ, ນໍ້າຖ້ວມກໍ່ຂຶ້ນຢູ່ບັນດາແຂວງພາກກາງ. ທ່ານໃຫ້ຮູ້ວ່າຈະສົມທົບກັບບັນດາກຸ່ມບໍລິສັດແຖວໜ້າຂອງລັດເຊຍ ເພື່ອເປັນຂົວຕໍ່ນໍາບັນດາວິສາຫະກິດລັດເຊຍ ມາລົງທຶນ, ດໍາເນີນທຸລະກິດຢູ່ຫວຽດນາມ.

ຕາງໜ້າບັນດານັກລົງທຶນລັດເຊຍ, ທ່ານ Mikhelson ໃຫ້ຮູ້ວ່າ ບັນດາວິສາຫະກິດລັດເຊຍ ມີທ່າແຮງໃນຫຼາຍຂົງເຂດ, ໃນນັ້ນມີພະລັງງານ ແລະປາດຖະໜາຢາກລົງທຶນເຂົ້າຫວຽດນາມ. ດ້ວຍພື້ນຖານເສດຖະກິດທີ່ມີຄວາມຂະຫຍັນຂັນເຄື່ອນ, ເຕີບໂຕໄວ, ເຂົ້າຮ່ວມບັນດາສັນຍາການຄ້າເສລີ, ທ່ານ Mikhelson ຕີລາຄາວ່າ, ຂົງເຂດການລົງທຶນໃຫ້ບັນດາວິສາຫະກິດລັດເຊຍຢູ່ ຫວຽດນາມ ແມ່ນໃຫຍ່ຫຼວງທີ່ສຸດ.

ສະແດງຄວາມຊົມເຊີຍຕໍ່ທ່ານ Konstantin Vnukov ແລະທ່ານ Mikhelson ດ້ວຍເຈດຕະນາດີຊຸກຍູ້ການລົງທຶນ, ຮ່ວມມືດໍາເນີນທຸລະກິດກັບຫວຽດນາມ, ທ່ານ ຫງວຽນຊວນຟຸກ ເນັ້ນໜັກວ່າ ລັດຖະບານ ແລະບັນດາອົງການທີ່ກ່ຽວຂ້ອງຂອງຫວຽດນາມ ຍາມໃດກໍ່ສ້າງເງື່ອນໄຂສະດວກໃຫ້ບັນດານັກລົງທຶນຕ່າງປະເທດ, ໃນນັ້ນມີນັກລົງທຶນລັດເຊຍ.

ໂດຍ: ເຈິ່ນຮວ່ຽນ