ກອງ​ປະຊຸມ​ສົນ​ທະນາ​ຜ່ານ​ວີດີ​ໂອທ່ີ​ຈັດ​ຂຶ້ນ​ເມື່ອ​ເດືອນຕຸລາ 2020, ລະຫວ່າງ AEGIC, ບັນດາ​ນັກທຸລະກິດ​ເຂົ້າ​ບາ​ເລຂອງ​ອົດ​ສະຕຣາລີ ​ແລະຜູ້ຕາງໜ້າ​ຂະ​ແໜງ​ການ​ອຸດ​ສາ​ຫະກຳ​ຜະລິດ​ເບ​ຍ ​ແລະປະ​ເພດ​ເຄື່ອງ​ດື່ມ​ທ່ີ​ມີ​ທາດ​ອັງ​ກໍ​ຮໍ​ຂອງ​ຫວຽດນາມ,​ AEGIC ​ໄດ້​ສະໜອງ​ບັນ​ຂໍ້​ມູນຫຼ້າ​ສຸດກ່ຽວ​ກັບຜົນ​​ເກັບ​ກ່ຽວ​ເຂົ້າ​ບາ​ເລປີ 2020.

leftcenterrightdel
ພາບປະກອບຄັດຈາກ: kpl.gov.la.

ທ່ານ​ນາງ​ ແມຣີ ​ເຣ​ເນັສ ຜູ້ອຳນວຍການຝ່າຍການ​ຕະຫຼາດ​ເຂົ້າ​ບາ​ເລ​ຂອງ AEGIC ​ໃຫ້​ຮູ້​ວ່າ ປະ​ລິ​ມານ​ເບ​ຍຂອງ​ຫວຽດນາມ ​ຄາດວ່າຈະ​​ເລີ​ນ​ເຕີບ​​​ໂຕຈາກ 2-3% ຕໍ່​ປີ, ຕາມ​ນັ້ນຈະມຸ່ງ​ໄປ​ສູ່​ຄວາມຕ້ອງການນຳ​ເຂົ້າ​ເຂົ້າ​ບາ​ເລເພີ່ມຂຶ້ນ​ປະມານ 330.000 ໂ​​ຕນ​ໃນ​ປີ 2030, ​ເພີ່ມ​ຂຶ້ນ 2 ​ເທ່ົາ​ເທື່ອເມື່ອ​ທຽບ​ໃສ່​ຕົວ​ເລກ​ການ​ນຳ​ເຂົ້າ​ຕົວ​ຈິງໃນ​ປີ 2019. ສິ່ງ​ນີ້ຈະ​ເປັນ​ໂອກາດ​ທ່າ​ແຮງ​ສຳລັບບັນດາ​ຜູ້​ສົ່ງ​ອອກ​ເຂົ້າ​ບາ​ເລ​ຂອງ​ອົດ​ສະຕຣາລີ ​ແລະ AEGIC ​ໂດຍ​​ມີ​ການໃຫ້​ຄຳ​ໝັ້ນສັນຍາຈະ​ສືບ​ຕໍ່​ຮ່ວມ​ມືກັບຂະ​ແໜງ​ການ​ເຂົ້າ​ບາ​ເລພາຍ​ໃນ​ປະ​ເທດ​ເພື່ອ​ສະໜັບສະໜູນຕະຫຼາດ​ທ່ີສຳຄັນ​ຫວຽດນາມ. ​​ເຂົ້າ​ບາ​ເລເປັນ​ໜຶ່ງ​ໃນ​ບັນດາ​ສິນຄ້າ​ສົ່ງ​ອອກ​ຕົ້ນ​ຕໍ​ຂອງ​ອົດ​ສະຕຣາລີ​. ​ແຕ່ລະ​ປີ, ອົດ​ສະຕຣາລີ ສະໜອງເຂົ້າ​ບາ​ເລ​ເຂົ້າ​ຕະຫຼາດ ​ສປ ຈີນ ປະມານ 1,5-2 ຕື້​ໂດ​ລາ​ອົດ​ສະຕຣາລີ (ປະມານ 800 ລ້ານ-1,3 ຕື້​ໂດ​ລາ​ສະຫະລັດ), ກວມ​ເອົາ 50% ຂອງ​ມູນ​ຄ່າ​ການ​ສົ່ງ​ອອກ​ຢູ່​ທົ່ວ​ປະ​ເທດ.

ເນື້ອໃນ: ຂປລ