leftcenterrightdel
ບັນຍາກາດທີ່ກອງປະຊຸມ. ພາບ: ສໍານັກຂ່າວສານຫວຽດນາມ.

ກອງປະຊຸມທາງອອນລາຍສົ່ງເສີມການລົງທຶນ ICT ຫວຽດນາມ-ອາເມລິກາລາຕິນ ປີ 2020 ໂດຍກະຊວງຖະແຫລງຂ່າວ ແລະສື່ສານຫວຽດນາມ ສົມທົບກັບສະຖານທູດ 11 ປະເທດອາເມລິກາລາຕິນ ຢູ່ຮ່າໂນ້ຍ ໄດ້ຈັດຂຶ້ນໃນວັນທີ 29 ຕຸລາຢູ່ສູນເຊື່ອມຕໍ່ນະຄອນຫລວງຮ່າໂນ້ຍ ແລະບັນດາສູນເຊື່ອມຕໍ່ຢູ່ບັນດາປະເທດອາເມລິກາລາຕິນ ພາຍ​ໃຕ້ດ້ວຍຫົວຂໍ້ “ເຊື່ອມຕໍ່ດີຈີຕອນຫວຽດນາມ-ອາເມລິກາລາຕິນ”, ບັນດາປະເທດເຂົ້າຮ່ວມກອງປະຊຸມໄດ້ມຸ່ງໄປເຖິງການຊຸກຍູ້ບົດບາດຂອງເຕັກໂນໂລຢີຂໍ້ມູນຂ່າວສານ ແລະການສື່ສານໃນການຕິດພັນລະຫວ່າງຫວຽດນາມ ກັບບັນດາປະເທດໃນພາກພື້ນອາເມລິກາລາຕິນໃຫ້ຫຼາຍກວ່າ​ເກົ່າໂດຍເປັນພາກພື້ນຮ່ວມມືທີ່ມີພູມສັນຖານຢູ່ຫ່າງໄກກັນແຕ່ມີຄວາມສາມາດບົ່ມຊ້ອນຫລາຍຢ່າງ. ໃນ​ໂອກາດ​ນີ້, ບັນດາຜູ້ແທນໄດ້ແລກປ່ຽນກ່ຽວກັບໂຄງການຫັນເປັນດີຈີຕອນແຫ່ງຊາດ, ຕະຫລາດດີຈີຕອນ, ບັນດາພື້ນຖານດີຈີຕອນຜະລິດ​ໃນ​ຫວຽ​ດນາມ (Make In Vietnam), ອັບເດດນະໂຍບາຍຫັນເປັນດີຈີຕອນຂອງບັນດາປະເທດອາເມລິກາລາຕິນ.

ເນື້ອໃນ: ຂປລ