ທ່ານ ຫງວຽນແທັ່ງວິງ ໃຫ້ຮູ້ວ່າ ການນໍາສອງປະເທດຕັດສິນໃຈນໍາສາຍພົວພັນສອງຝ່າຍຂຶ້ນສູ່ລະດັບສູງໃໝ່. ການຮ່ວມມືຫຼາຍດ້ານລະຫວ່າງຫວຽດນາມ ແລະອານເຊລີ, ພິເສດແມ່ນໃນຂົງເຂດເສດຖະກິດ-ການຄ້າ ແລະສົ່ງອອກແຮງງານ, ແມ່ນບັນດາຂົງເຂດທີ່ສອງປະເທດມີຄວາມສາມາດບົ່ມຊ້ອນຮ່ວມມືຫຼາຍຢ່າງ, ຈະມີແງ່ຫວັງພັດທະນາຢ່າງແຮງກວ່າໃນໄລຍະຈະມາເຖິງ. ວົງເງິນສົ່ງອອກລະຫວ່າງສອງປະເທດບັນລຸ 193 ລ້ານໂດລາສະຫະລັດປີ 2019.

leftcenterrightdel
ພາບປະກອບຄັດຈາກ: vietnamexport.com.

ທ່ານເອກອັກຄະລັດຖະທູດ ຖືວ່າ ເພື່ອຊຸກຍູ້ການພົວພັນຮ່ວມມືດ້ານວັດທະນະທໍາ, ເສດຖະກິດ ແລະສັງຄົມລະຫວ່າງສອງປະເທດໃຫ້ທຽບເທົ່າກັບການພົວພັນດ້ານການເມືອງລະຫວ່າງສອງປະເທດ, ຫວຽດນາມ ແລະອານເຊລີ ຄວນຮ່ວມມື ແລະແລກປ່ຽນໃນຫຼາຍດ້ານກວ່າອີກ. ນັ້ນແມ່ນ: ເພີ່ມທະວີການແລກປ່ຽນ ແລະສະໜອງຂໍ້ມູນຂ່າວສານກ່ຽວກັບສະພາບການເມືອງ, ເສດຖະກິດ, ສັງຄົມ ແລະວັດທະນະທໍາຂອງແຕ່ລະປະເທດ; ເພີ່ມທະວີ ແລະຫັນບັນດາຮູບການພົບປະແລກປ່ຽນລະຫວ່າງວິສາຫະກິດ, ນັກວິທະຍາສາດ, ນັກສຶກສາ ແລະປະຊາຊົນໃນບັນດາຂົງເຂດເສດຖະກິດ, ວັດທະນະທໍາ, ວິທະຍາສາດ, ກິລາ, ການທ່ອງທ່ຽວ... ເປັນຫຼາຍຮູບຫຼາຍແບບ.

ໂດຍ: ເຈິ່ນຮວ່ຽນ