ດ້ວຍຂໍ້ຕົກລົງນີ້, ຫວຽດນາມ ໄດ້ໂອນກຳມະສິດໃຫ້ FCPF CO2 10,3 ລ້ານໂຕນທີ່ຫຼຸດຜ່ອນການປ່ອຍອາຍພິດເຮືອນແກ້ວ ຈາກປ່າໄມ້ຢູ່ 6 ແຂວງທິດເໜືອພາກກາງ, ລວມມີ: ແທັງຮ໊ວາ, ເງະອານ, ຮ່າຕິ໋ງ, ກວ໋າງບີ່ງ, ກວ໋າງຈິ ແລະເທື່ອທຽນ-ເຫວ້ ໄລຍະ 2018-2024. FCPF ຈະຊໍາລະໃຫ້ບໍລິການນີ້ແມ່ນ 51,5 ລ້ານໂດລາສະຫະລັດ.

leftcenterrightdel
ທ່ານ ຮ່າກົງຕ໊ວນ ຮອງລັດຖະມົນຕີຜູ້ປະຈໍາການກະຊວງກະສິກໍາ ແລະພັດທະນາຊົນນະບົດຫວຽດນາມ ແລະທ່ານນາງ Carolyn Turk ຜູ້ອໍານວຍການແຫ່ງຊາດທະນາຄານໂລກ ປະຈຳ ຫວຽດນາມ  ທີ່ພິທີລົງນາມ. ພາບ: ສໍານັກຂ່າວສານຫວຽດນາມ.

ທ່ານນາງ Carolyn Turk ຜູ້ອໍານວຍການແຫ່ງຊາດທະນາຄານໂລກ (WB) ປະຈຳ ຫວຽດນາມ ໃຫ້ຮູ້ວ່າ ນີ້ແມ່ນບ້ວງເງິນຊຳລະໂດຍອີງໃສ່ໝາກຜົນຕົວຈິງ. ບັນດາຕົວເລກຄາດໝາຍທີ່ເປັນພື້ນຖານໃຫ້ແກ່ເລື່ອງນີ້ນັ້ນແມ່ນຕ້ອງຫຼຸດຜ່ອນການປ່ອຍອາຍພິດເຮືອນແກ້ວຢູ່ເຂດທິດເໜືອພາກກາງຂອງຫວຽດນາມ. ຕາມທ່ານນາງ Carolyn Turk ແລ້ວ ຍັງບໍ່ທັນມີຂໍ້ຕົກລົງໃດທີ່ມີຂະໜາດໃຫຍ່ຄືແນວນີ້ຢູ່ຫວຽດນາມ ກໍ່ຄືພາກພື້ນອາຊີ-ປາຊີຟິກ. ສະນັ້ນ, ນີ້ບໍ່ພຽງແຕ່ສ້າງແຫຼ່ງການເງິນຍຸດທະສາດເພື່ອລົງທຶນເຂົ້າຂະແໜງກະສິກໍາເທົ່ານັ້ນ, ຫາກຍັງສະແດງໃຫ້ເຫັນການປະກອບສ່ວນສໍາຄັນ ເພື່ອບັນລຸໄດ້ບັນດາເປົ້າໝາຍກ່ຽວກັບການຫຼຸດຜ່ອນຜົນກະທົບຈາກການປ່ຽນແປງຂອງດິນຟ້າອາກາດຢູ່ຫວຽດນາມ.

ທ່ານ ຮ່າກົງຕ໊ວນ ຮອງລັດຖະມົນຕີຜູ້ປະຈໍາການກະຊວງກະສິກໍາ ແລະພັດທະນາຊົນນະບົດຫວຽດນາມ ໃຫ້ຮູ້ວ່າ ຫວຽດນາມ ຈະປະຕິບັດໄດ້ຄໍາໝັ້ນສັນຍານີ້. ຫວຽດນາມ ປາດຖະໜາວ່າ WB ຈະໜູນຊ່ວຍໃນການຈັດຕັ້ງຕີລາຄາໝາກຜົນທີ່ຫວຽດນາມ ປະຕິບັດໄດ້ໃນປີ 2018, 2019 ເພື່ອສາມາດຊໍາລະຄັ້ງທີ 1 ຂອງຂໍ້ຕົກລົງນີ້ໂດຍໄວ. ກົມໃຫຍ່ປ່າໄມ້ຈະຜັນຂະຫຍາຍບັນດາເນື້ອໃນຂອງ ERPA, ພ້ອມທັງສ້າງກົນໄກການຮັບ ແລະຈ່າຍຮັບປະກັນສິດຜົນປະໂຫຍດຂອງບັນດາຜູ້ປົກປັກຮັກສາ ແລະພັດທະນາປ່າໄມ້.

ໂດຍ: ເຈິ່ນຮວ່ຽນ