leftcenterrightdel
ທ່ານ ບຸ່ຍແທັງເຊີນ ຮອງລັດຖະມົນຕີຜູ້ປະຈໍາການກະຊວງການຕ່າງປະເທດຫວຽດນາມ ພ້ອມກັບທ່ານ Manuel Talavera Espinar ຮອງລັດຖະມົນຕີກະຊວງການຕ່າງປະເທດເປຣູ ດໍາເນີນການປຶກສາຫາລືດ້ານການເມືອງຂັ້ນຮອງລັດຖະມົນຕີການຕ່າງປະເທດ ຄັ້ງທີ IV ຜ່ານລະບົບທາງໄກ. ພາບ: baoquocte.vn.

ທີ່ການປຶກສາຫາລື, ສອງຝ່າຍໄດ້ກວດກາຄືນ, ຕີລາຄາບັນດາຂົງເຂດຮ່ວມມືສອງຝ່າຍ, ປຶກສາຫາລືບັນດາມາດຕະການເພື່ອແນໃສ່ເພີ່ມທະວີການພົວພັນຮ່ວມມືຫຼາຍດ້ານໃນໄລຍະຈະມາເຖິງ. ສອງຝ່າຍສະແດງຄວາມປິຕິຊົມຊື່ນຕໍ່ການພັດທະນາຢ່າງແຮງຂອງການພົວພັນການຄ້າ ແລະການລົງທຶນສອງຝ່າຍ, ໃນນັ້ນວົງເງິນການຄ້າປີ 2019 ບັນລຸກວ່າ 500 ລ້ານໂດລາສະຫະລັດ, ນໍາເປຣູ ກາຍເປັນຄູ່ຮ່ວມມືການຄ້າໃຫຍ່ທີ 6 ຂອງຫວຽດນາມ ຢູ່ພາກພື້ນອາເມລິກາລາຕິນ. ສອງຝ່າຍໄດ້ເຫັນດີເປັນເອກະພາບສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນເພື່ອຮັກສາທ່າພັດທະນາການພົວພັນ. ບົນພື້ນຖານຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະກັນ, ສອງຝ່າຍໄດ້ແລກປ່ຽນຢ່າງເລິກເຊິ່ງ, ກວ້າງຂວາງກ່ຽວກັບບັນດາບັນຫາສາກົນ ແລະພາກພື້ນ ເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈ; ເຫັນດີສືບຕໍ່ສົມທົບກັນ ແລະສະໜັບສະໜູນເຊິ່ງກັນ ແລະກັນທີ່ບັນດາອົງການຈັດຕັ້ງສາກົນ ແລະເວທີປາໄສຫຼາຍຝ່າຍ ເຊິ່ງຫວຽດນາມ ແລະເປຣູ ເປັນສະມາຊິກ, ຄື: ສະຫະປະຊາຊາດ, APEC...

ໂດຍ: ເຈິ່ນຮວ່ຽນ