ນີ້ແມ່ນຂໍ້ສັງເກດຂອງບັນດານັກຊ່ຽວຊານທີ່ກອງປະຊຸມທາງໄກສົ່ງເສີມການຄ້າຫວຽດນາມ-ອິນເດຍ ໂດຍຫ້ອງການການຄ້າ ແລະອຸດສາຫະກໍາຫວຽດນາມ (VCCI) ສົມທົບກັບສະພາສົ່ງເສີມການສົ່ງອອກເຄື່ອງຈັກອິນເດຍ (EEPC) ຈັດຕັ້ງໃນຕອນບ່າຍວັນທີ 22 ກັນຍາ.

leftcenterrightdel
ຫຼັງພະຍາດໂຄວິດ-19 ແມ່ນໄລຍະທີ່ດີເພື່ອໃຫ້ຫວຽດນາມ-ອິນເດຍ ຍູ້ແຮງການເຊື່ອມຕໍ່ລະບົບສະໜອງວັດຖຸດິບ, ການຜະລິດ. ພາບ: ສໍານັກຂ່າວສານຫວຽດນາມ.

ທີ່ກອງປະຊຸມ, ທ່ານ Mahesh Desai ປະທານສະພາສົ່ງເສີມການສົ່ງອອກເຄື່ອງຈັກອິນເດຍ ໃຫ້ຮູ້ວ່າ ຫວຽດນາມ ແມ່ນໜຶ່ງໃນບັນດາຕະຫຼາດຈຸດສຸມນະໂຍບາຍມຸ່ງໄປເຖິງທິດຕາເວັນອອກຂອງອິນເດຍ ຍ້ອນລະດັບເຕີບໂຕເສດຖະກິດສູງ, ພັດທະນາຂະຫຍັນຂັນເຄື່ອນບັນດາຂົງເຂດ ແລະແມ່ນສະຖານທີ່ດຶງດູດຂອງບັນດານັກລົງທຶນຕ່າງປະເທດ.

ສ່ວນທ່ານ Pranay Verma ເອກອັກຄະລັດຖະທູດອິນເດຍ ປະຈໍາ ຫວຽດນາມ ຢັ້ງຢືນວ່າ ຫວຽດນາມ ເປັນຄູ່ຮ່ວມມືສໍາຄັນກ່ຽວກັບເສດຖະກິດການລົງທຶນ, ການຄ້າຂອງອິນເດຍ. ສອງປະເທດຄວນຊຸກຍູ້ການຄ້າກວ່າອີກໃນໄລຍະຈະມາເຖິງ, ຫຼັງພະຍາດໂຄວິດ-19 ທີ່ຄວາມຕ້ອງການຊອກຫາຫັນຄູ່ຮ່ວມມື, ຕະຫຼາດໃໝ່ເປັນຫຼາຍຮູບຫຼາຍແບບ.

ທ່ານ ຫວໍເຕິນແທ່ງ ຮອງປະທານ VCCI ໃຫ້ຮູ້ວ່າ ຫວຽດນາມ-ອິນເດຍ ມີການພົວພັນທີ່ເປັນມູນເຊື້ອອັນດີງາມໃນທຸກດ້ານ. ກ່ຽວກັບເສດຖະກິດ, ວົງເງິນການຄ້າສອງສົ້ນຫວຽດນາມ-ອິນເດຍ ປີ 2019 ບັນລຸກວ່າ 11,2 ຕື້ໂດລາສະຫະລັດ; ໃນນັ້ນການສົ່ງອອກຂອງຫວຽດນາມ ໄປຍັງ ອິນເດຍ ບັນລຸກວ່າ 6,6 ຕື້ໂດລາສະຫະລັດ ແລະການສົ່ງອອກຂອງອິນເດຍ ເຂົ້າຫວຽດນາມ ບັນລຸເກືອບ 4,6 ຕື້ໂດລາສະຫະລັດ. ກ່ຽວກັບການພົວພັນການລົງທຶນ, ໄລ່ມາຮອດເດືອນເມສາ 2020, ອິນເດຍ ຢືນອັນດັບທີ 26/ 136 ປະເທດ ແລະເຂດແຄ້ວນລົງທຶນເຂົ້າຫວຽດນາມ ດ້ວຍ 272 ໂຄງການ, ຍອດຈໍານວນທຶນຈົດທະບຽນກວ່າ 887 ລ້ານໂດລາສະຫະລັດ, ສຸມໃສ່ຕົ້ນຕໍໃນການຂຸດຄົ້ນນໍ້າມັນອາຍແກັສ, ເຕັກໂນໂລຢີຂໍ້ມູນຂ່າວສານ, ຜະລິດຕະພັນກະເສດ.

ໂດຍ: ເຈິ່ນຮວ່ຽນ