ກ່າວຄໍາເຫັນທີ່ພິທີໄຂ, ທ່ານ ດິງຕ໊ຽນຢູງ ເນັ້ນໜັກວ່າ ກອງປະຊຸມດໍາເນີນໃນສະພາບພະຍາດໂຄວິດ-19 ພວມສົ່ງຜົນກະທົບຢ່າງໜັກໜ່ວງເຖິງເສດຖະກິດທົ່ວໂລກ ແລະພາກພື້ນ. ອົງການກອງທຶນສາກົນ (IMF) ຄາດຄະເນວ່າເສດຖະກິດທົ່ວໂລກປີ 2020 ຈະຫຼຸດລົງ 4,9%, ເສດຖະກິດອາຊີຫຼຸດຜ່ອນ 1,6%. ບັນດາພື້ນຖານເສດຖະກິດໃນພາກພື້ນພວມປະເຊີນໜ້າກັບບັນດາສິ່ງທ້າທາຍອັນໃຫຍ່ຫຼວງ. ຍ້ອນແນວນັ້ນ, ນີ້ແມ່ນກາລະໂອກາດເພື່ອໃຫ້ບັນດາລັດຖະມົນຕີກະຊວງການເງິນ, ຜູ້ວ່າການທະນາຄານສູນກາງແບ່ງປັນທັດສະນະ, ມາດຕະການເພື່ອແນໃສ່ຮັບມືກັບພະຍາດໂຄວິດ-19, ຮັບປະກັນຄວາມປອດໄພ, ຄວາມໝັ້ນຄົງໃຫ້ລະບົບການເງິນ, ປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ.

leftcenterrightdel
ທ່ານ ດິງຕ໊ຽນຢູງ ລັດຖະມົນຕີກະຊວງການເງິນຫວຽດນາມ, ທ່ານ ເລມີງຮືງ ຜູ້ວ່າການທະນາຄານແຫ່ງລັດຫວຽດນາມ ແລະບັນດາຜູ້ແທນທີ່ກອງປະຊຸມຜ່ານລະບົບທາງໄກຢູ່ຫວຽດນາມ. ພາບ: ຈ໊ຽນທັ໊ງ.

ປຶກສາຫາລືກ່ຽວກັບແງ່ຫວັງພັດທະນາເສດຖະກິດທົ່ວໂລກ ແລະພາກພື້ນ, ບັນດາລັດຖະມົນຕີກະຊວງການເງິນ, ຜູ້ວ່າການທະນາຄານສູນກາງອາຊຽນ+3 ເຫັນດີເປັນເອກະພາບນຳກັນວ່າ, ການຮ່ວມມືໃນພາກພື້ນ, ໃນນັ້ນມີການຮ່ວມມືດ້ານການເງິນ, ແມ່ນປັດໄຈສໍາຄັນຊ່ວຍໃຫ້ບັນດາປະເທດເພີ່ມທະວີກໍາລັງຄວາມສາມາດສົມທົບກັນ ແລະຮັບມືກັບຜົນກະທົບຂອງພະຍາດໂຄວິດ-19 ແລະໜູນຊ່ວຍການຟື້ນຟູເສດຖະກິດແບບຍືນຍົງ...

ໂດຍ: ເຈິ່ນຮວ່ຽນ