ການນໍາສອງນະຄອນເຫັນດີເປັນເອກະພາບນຳກັນວ່າ ໃນສະພາບພະຍາດໂຄວິດ-19 ຜັນແປຢ່າງສັບສົນນັ້ນ, ການເຮັດວຽກທາງໄກໄດ້ສະແດງໃຫ້ເຫັນຄວາມຕັດສິນໃຈ ແລະຄວາມປາດຖະໜາຂອງທັງສອງທ້ອງຖິ່ນເພື່ອແນໃສ່ຊຸກຍູ້ການພົວພັນຮ່ວມມືລະຫວ່າງສອງນະຄອນກວ່າອີກ. ແລກປ່ຽນກ່ຽວກັບບັນດາມາດຕະການຟື້ນຟູເສດຖະກິດ, ທ່ານ ຫງວຽນແທ່ງຟອງ ປະທານຄະນະກໍາມະການປະຊາຊົນນະຄອນໂຮ່ຈີມິນ ເນັ້ນໜັກວ່າ ນະຄອນຍາມໃດກໍ່ສ້າງເງື່ອນໄຂອຳນວຍຄວາມສະດວກເພື່ອໃຫ້ບັນດານັກທຸລະກິດ, ນັກຊ່ຽວຊານ ແລະຜູ້ອອກແຮງງານຕ່າງປະເທດ, ໃນນັ້ນມີບັນດາວິສາຫະກິດ Busan, ໄດ້ເຂົ້າເມືອງຫວຽດນາມ ທໍາມາຫາກິນຢ່າງສະດວກ, ຍາວນານ ແລະປອດໄພ.

leftcenterrightdel
ການນໍານະຄອນໂຮ່ຈີມິນ ທີ່ການເຮັດວຽກທາງໄກ. ພາບ: qdnd.vn.

ທ່ານ Byeon Sung Wan ຜູ້ວ່າການເຈົ້າຄອງນະຄອນ Busan ຂອບໃຈຕໍ່ການແລກປ່ຽນຂອງການນໍານະຄອນໂຮ່ຈີມິນ ແລະສະເໜີໃຫ້ສອງທ້ອງຖິ່ນສົມທົບກັນສ້າງຕັ້ງໜ່ວຍປະຕິບັດງານທາງອອນລາຍລະຫວ່າງຂະແໜງເພື່ອແລກປ່ຽນທາງໄກ, ຊຸກຍູ້ການພົວພັນຮ່ວມມືລະຫວ່າງສອງທ້ອງຖິ່ນໃນສະພາບພະຍາດໂຄວິດ-19 ຍັງຜັນແປຢ່າງສັບສົນ.

ໂດຍ: ຈາງຫງວຽນ