leftcenterrightdel
ທ່ານ ເວືອງດິ່ງເຫວ້ ເລຂາພັກນະຄອນຮ່າໂນ້ຍ ຕ້ອນຮັບທ່ານ Michael Croft ຫົວໜ້າຜູ້ຕາງໜ້າອົງການ UNESCO ປະຈໍາຫວຽດນາມ. ພາບ: ສໍານັກຂ່າວສານຫວຽດນາມ.

ຕາມນັ້ນແລ້ວ, UNESCO ຈະໜູນຊ່ວຍຮ່າໂນ້ຍ ເຊື່ອມຕໍ່ກັບບັນດານະຄອນໃນໂລກ ກໍ່ຄືບັນດາຄູ່ຮ່ວມມືສາກົນ. ໃນໄລຍະຈະມາເຖິງ, ນະຄອນຮ່າໂນ້ຍ ກໍ່ຈະສົມທົບກັບ UNESCO ເພື່ອຈັດຕັ້ງກອງປະຊຸມສໍາມະນາ ຫຼືການໂອ້ລົມສົນທະນາເພື່ອແນໃສ່ສ້າງແຜນຮ່າງຂອງ UNESCO ໃຫ້ສົມບູນແບບດ້ວຍ 3 ເສົາຄໍ້າຕົ້ນຕໍແມ່ນການສຶກສາ, ຫັນເປັນຕົວເມືອງ, ວັດທະນະທໍາ; ພ້ອມທັງໂຄສະນາ, ລະດົມແຫຼ່ງກໍາລັງເພື່ອຫັນແຜນຮ່າງໃຫ້ປະກົດຜົນເປັນຈິງ. ປະຈຸບັນ, ນະຄອນຮ່າໂນ້ຍ ພວມສົ່ງເສີມກໍ່ສ້າງເຄືອຂ່າຍຂໍ້ລິເລີ່ມນະຄອນຫຼວງກັບເປົ້າໝາຍແມ່ນເຕົ້າໂຮມນັກຊ່ຽວຊານ, ນັກວິທະຍາສາດ ແລະຜູ້ທີ່ຮັກແພງຮ່າໂນ້ຍ ປະກອບບັນດາແນວຄວາມຄິດ, ຂໍ້ລິເລີ່ມເພື່ອກໍ່ສ້າງ ແລະພັດທະນານະຄອນຫຼວງ.

ໂດຍ: ເຈິ່ນຮວ່ຽນ