ກ່າວຄໍາເຫັນໄຂກອງປະຊຸມ, ທ່ານ ຫງວຽນຈີ໊ຢຸງ ລັດຖະມົນຕີກະຊວງແຜນການ ແລະການລົງທຶນຫວຽດນາມ ເນັ້ນໜັກວ່າ ດ້ວຍເຄືອຂ່າຍເຊື່ອມຕໍ່ຢ່າງກວ້າງຂວາງໃນໂລກ, ກະຊວງແຜນການ ແລະການລົງທຶນຫວຽດນາມ ປາດຖະໜາຢາກໃຫ້ທະນາຄານ Standard Chartered ເພີ່ມທະວີການເຊື່ອມຕໍ່ບັນດານັກລົງທຶນ, ດຶງດູດບັນດາກຸ່ມບໍລິສັດນາໆຊາດໃນໂລກມາລົງທຶນຢູ່ຫວຽດນາມ. ພິເສດ, ພ້ອມກັບຫວຽດນາມ ກໍ່ສ້າງບັນດາສູນ, ຮາກຖານສະເພາະກິດເພື່ອນໍາມາເຊິ່ງກໍາລັງໜູນພັດທະນາເສດຖະກິດ-ສັງຄົມ.

leftcenterrightdel
ທ່ານ ຫງວຽນຈີ໊ຢຸງ ລັດຖະມົນຕີກະຊວງແຜນການ ແລະການລົງທຶນຫວຽດນາມ ເປັນປະທານ ແລະກ່າວຄໍາເຫັນທີ່ກອງປະຊຸມ. ພາບ: ສໍານັກຂ່າວສານຫວຽດນາມ.

ເພື່ອກະກຽມຮັບການຫັນປ່ຽນກະແສເງິນລົງທຶນ, ທ່ານ ຫງວຽນຈີ໊ຢຸງ ໃຫ້ຮູ້ວ່າ ຫວຽດນາມ ໄດ້ ແລະພວມຍູ້ໄວການກະກຽມບັນດາເງື່ອນໄຂ: ກວດກາຄືນກອງທຶນທີ່ດິນ, ການຈັດໜ້າພຽງ, ໂຮງຈັກໂຮງງານ ແລະບັນດາພື້ນຖານໂຄງລ່າງທີ່ຈໍາເປັນອື່ນເພື່ອຮັບໃຊ້ໃຫ້ແກ່ການຜະລິດ, ຍູ້ໄວວິວັດການກໍ່ສ້າງຊັບພະຍາກອນມະນຸດທີ່ມີຄຸນນະພາບ, ໜູນຊ່ວຍສ້າງເງື່ອນໄຂສະດວກໃຫ້ບັນດານັກຊ່ຽວຊານ, ແຮງງານເຕັກນິກເຂົ້າມາຫວຽດນາມ ຊອກຮູ້ກາລະໂອກາດລົງທຶນ ແລະເຮັດວຽກ, ຍູ້ແຮງການພັດທະນາອຸດສາຫະກຳ, ໜູນຊ່ວຍການກໍ່ສ້າງບັນດາບ້ວງເງິນບຸລິມະສິດພິເສດສໍາລັບບັນດາໂຄງການທີ່ມີຂອບຂະໜາດໃຫຍ່ ແລະມີຄຸນນະພາບ.

ໂດຍ: ເຈິ່ນຮວ່ຽນ