leftcenterrightdel
ທ່ານ ຫງວຽນທ້ຽນເຍິນ ເລຂາພັກນະຄອນໂຮ່ຈີມິນ ກ່າວຄຳເຫັນທີ່ເວທີປາໄສວິສາຫະກິດນະຄອນໂຮ່ຈີມິນ-ອາເມລິກາ. ພາບ: sggp.org.vn.

ກ່າວຄຳເຫັນທີ່ເວທີປາໄສ, ທ່ານ ຫງວຽນທ້ຽນເຍິນ ເລຂາພັກນະຄອນໂຮ່ຈີມິນ ຖືວ່າ: "ນະຄອນໂຮ່ຈີມິນ ມີກາລະໂອກາດຫຼາຍຢ່າງໃຫ້ແກ່ການລົງທຶນດ້ານເຕັກໂນໂລຢີ ຫຼືບັນດາມາດຕະການກ່ຽວກັບປັນຍາປະດິດ (AI). ນະຄອນໂຮ່ຈີມິນ ໃຫ້ຄໍາໝັ້ນສັນຍາຈະຮ່ວມມື, ຮ່ວມເດີນທາງພ້ອມກັບບັນດາຄູ່ຮ່ວມມືທີ່ມາຈາກອາເມລິກາ: ຜົນສໍາເລັດຂອງພວກເພື່ອນກໍ່ແມ່ນຜົນສໍາເລັດຂອງພວກຂ້າພະເຈົ້າ. ເຖິງວ່າພະຍາດໂຄວິດ-19 ພວມແຜ່ລະບາດ ແລະຜົນກະທົບຈາກການປ່ຽນແປງຂອງດິນຟ້າອາກາດກໍ່ຕາມ, ແຕ່ທັງສອງປະເທດຕ້ອງສືບຕໍ່ບືນຕົວຂຶ້ນ. ອາເມລິກາ ແລະຫວຽດນາມ ຕົກລົງໄປພ້ອມກັນ, ຮ່ວມມືກັນເພື່ອພັດທະນາສາຍພົວພັນຮ່ວມມືມິດຕະພາບທີ່ມີມາກ່ອນນີ້ 25 ປີ. ນະຄອນໂຮ່ຈີມິນ ມີທີ່ຕັ້ງສຳຄັນທີ່ສຸດໃນການພົວພັນຮ່ວມມືລະຫວ່າງອາເມລິກາ ແລະຫວຽດນາມ, ສະນັ້ນ, ຄວນຍົກລະດັບການພົວພັນລະຫວ່າງບັນດາອົງການຄູ່ຮ່ວມມືຂອງພວກເຮົາໃນໄລຍະຈະມາເຖິງ."

ເນື່ອງໃນໂອກາດນີ້, ພະແນກຖະແຫຼງຂ່າວ ແລະສື່ສານນະຄອນໂຮ່ຈີມິນ ໄດ້ລົງນາມໃນຂໍ້ຕົກລົງອຸປະຖໍາກັບອົງການການຄ້າ ແລະພັດທະນາອາເມລິກາ ໃຫ້ໂຄງການ “ໜູນຊ່ວຍດ້ານເຕັກນິກກໍ່ສ້າງສູນບໍລິຫານຕົວເມືອງອັດສະລິຍະໃຫ້ນະຄອນໂຮ່ຈີມິນ” ດ້ວຍຍອດມູນຄ່າເກືອບ 1,5 ລ້ານໂດລາສະຫະລັດ.

ໂດຍ: ເຈິ່ນຮວ່ຽນ