leftcenterrightdel
ກອງປະຊຸມສໍາມະນາແບບທາງໄກກ່ຽວກັບການສົ່ງເສີມເສດຖະກິດການຄ້າຢູ່ ເວເນຊູເອລາ ດ້ວຍຫົວຂໍ້ “ແນະນໍາຄວາມສາມາດບົ່ມຊ້ອນກະສິກຳຫວຽດນາມ”. ພາບ: thoidai.com.vn.

ກ່າວຄໍາເຫັນທີ່ກອງປະຊຸມສໍາມະນາ, ທ່ານ ເລວ໊ຽດຢວຽນ ຢັ້ງຢືນວ່າໃນຂົງເຂດເສດຖະກິດການຄ້າ, ເວເນຊູເອລາ ແມ່ນຕະຫຼາດທີ່ມີຄວາມສາມາດບົ່ມຊ້ອນຕໍ່ຫວຽດນາມ, ສາມາດຕອບສະໜອງໄດ້ເປົ້າໝາຍເປີດກວ້າງ ແລະຫັນຕະຫຼາດຂອງບັນດາວິສາຫະກິດຫວຽດນາມ ເປັນຫຼາຍຮູບຫຼາຍແບບ. ຫວຽດນາມ ແລະເວເນຊູເອລາ ກໍາລັງມີໂອກາດເພີ່ມທະວີການພົວພັນດ້ານເສດຖະກິດ ແລະການຮ່ວມມືດ້ານການຄ້າສອງຝ່າຍ, ປະກອບສ່ວນຊຸກຍູ້ການພົວພັນຄູ່ຮ່ວມມືຮອບດ້ານລະຫວ່າງສອງປະເທດ. ໄປຄຽງຄູ່ກັບການແລກປ່ຽນດ້ານການຄ້າແລ້ວ, ສອງປະເທດຍັງມີຄວາມສາມາດບົ່ມຊ້ອນຮ່ວມມືໃນຂົງເຂດຕ່າງໆ, ຄື: ພະລັງງານ, ນໍ້າມັນອາຍແກັດ, ສິນໃນນ້ຳ, ສິນທະເລ, ອຸດສາຫະກໍາຜະລິດເຄື່ອງໃຊ້ສອຍ, ການແພດ, ວິທະຍາສາດ-ເຕັກໂນໂລຢີ ແລະພິເສດແມ່ນກະສິກໍາອີກດ້ວຍ.

ກອງປະຊຸມສໍາມະນາແມ່ນກາລະໂອກາດທີ່ດີເພື່ອເຊື່ອມຕໍ່ບັນດາວິສາຫະກິດສອງປະເທດ, ຊ່ວຍໃຫ້ສອງ ຝ່າຍກໍາແໜ້ນໄດ້ບັນດາຄວາມຮຽກຮ້ອງຕ້ອງການ, ບັນດາກາລະໂອກາດເພື່ອພັດທະນາການຄ້າສອງຝ່າຍ, ພິເສດໃນຂົງເຂດກະສິກໍາ. ກອງປະຊຸມສໍາມະນາດັ່ງກ່າວ ກໍ່ແມ່ນໂອກາດເພື່ອປະກອບສ່ວນຊຸກຍູ້ການຮ່ວມມືເສດຖະກິດ, ຍົກສູງວົງເງິນການຄ້າ, ການພົວພັນແລກປ່ຽນສອງສົ້ນ, ສົມກັບການພົວພັນຄູ່ຮ່ວມມືີຮອບດ້ານລະຫວ່າງສອງປະເທດ.

ໂດຍ: ເກື່ອງດັ້ງ