ການສົນທະນາທາງໂທລະສັບປຶກສາຫາລືກ່ຽວກັບເລື່ອງຊຸກຍູ້ການຮ່ວມມືແລກປ່ຽນການຄ້າສອງຝ່າຍ, ຄວາມສໍາຄັນຂອງລະບົບການຄ້າຊາຍແດນ ກໍ່ຄືບົດບາດຂອງສັນຍາຄູ່ຮ່ວມມືຮອບດ້ານ ແລະກ້າວໜ້າຂ້າມປາຊີຟິກ (CPTPP) ໃນວິວັດການຟື້ນຟູພັດທະນາເສດຖະກິດພາຍຫຼັງເຊື້ອພະຍາດໂຄວິດ-19 ຢູ່ພາກພື້ນ ແລະໃນໂລກ.

leftcenterrightdel
ທ່ານ ເຈິ່ນຕ໊ວນແອງ ລັດຖະມົນຕີກະຊວງອຸດສາຫະກໍາ ແລະການຄ້າຫວຽດນາມ ທີ່ການສົນທະນາທາງໂທລະສັບ. ພາບ: ມິງອານ.

ຄຽງຂ້າງນັ້ນ, ລັດຖະມົນຕີສອງທ່ານກໍ່ສະຫງວນເວລາເພື່ອປຶກສາຫາລືກ່ຽວກັບການກະກຽມໃຫ້ວາລະປະຊຸມທາງໄກຂັ້ນລັດຖະມົນຕີຂອງສະພາ CPTPP ຄາດຄະເນວ່າຈະດໍາເນີນໃນເດືອນສິງຫາປີ 2020 ໂດຍແມັກຊີໂກ ເປັນປະທານ.

ທີ່ການສົນທະນາທາງໂທລະສັບ, ລັດຖະມົນຕີສອງທ່ານໄດ້ເຫັນດີເປັນເອກະພາບຕໍ່ທັດສະນະສໍາລັບຫຼາຍເນື້ອໃນສໍາຄັນ. ລະອຽດ, ສອງຝ່າຍແບ່ງປັນຄວາມວິຕົກກັງວົນກ່ຽວກັບລັດທິປົກປ້ອງແຕ່ຝ່າຍດຽວ ເຊິ່ງພວມດໍາເນີນໃນປະຈຸບັນ ແລະເນັ້ນໜັກເຖິງຄວາມສໍາຄັນຂອງການຊຸກຍູ້ບົດບາດຂອງລະບົບການຄ້າຂ້າມຊາຍແດນໃນການຟື້ນຟູ ແລະພັດທະນາເສດຖະກິດພາຍຫຼັງພະຍາດໂຄວິດ-19.

ສິ້ນສຸດການສົນທະນາທາງໂທລະສັບ, ລັດຖະມົນຕີສອງທ່ານຕີລາຄາສູງບັນດາຜົນງານທີ່ບັນລຸໄດ້ໃນການສົນທະນາທາງໂທລະສັບ ແລະໃຫ້ຄໍາໝັ້ນສັນຍາຈະສືບຕໍ່ຮ່ວມມື ແລະສົມທົບກັນຢ່າງແໜ້ນແຟ້ນກວ່າອີກໃນໄລຍະຈະມາເຖິງເພື່ອແນໃສ່ຊຸກຍູ້ການພົວພັນຮ່ວມມືສອງຝ່າຍລະຫວ່າງສອງຝ່າຍ, ບໍ່ພຽງແຕ່ໃນຂອບເຂດສັນຍາ CPTPP ເທົ່ານັ້ນ, ຫາກຍັງໃນຂອບເຂດຕ່າງໆທີ່ສອງຝ່າຍເຂົ້າຮ່ວມ, ຄື: ສັນຍາຄູ່ຮ່ວມມືຮອບດ້ານໃນພາກພື້ນ (RCEP), ສັນຍາການຄ້າເສລີອາຊຽນ-ຍີ່ປຸ່ນ… ອີກດ້ວຍ.

ໂດຍ: ຈາງຫງວຽນ