ຕາມນັ້ນແລ້ວ, EuroCham ຊົມເຊີຍເລື່ອງສະພາແຫ່ງຊາດຫວຽດນາມ ຕັ້ງໜ້າປ່ອນບັດໃຫ້ສັນຍາ EVFTA ແລະສັນຍາ EVIPA. ສັນຍາ EVFTA ຈະມີຜົນສັກສິດໂດຍໄວ, ໃນຂະນະນັ້ນສັນຍາ EVIPA ຈະໄດ້ຜັນຂະຫຍາຍພາຍຫຼັງບັນດາປະເທດສະມາຊິກໃນສະຫະພາບເອີລົບ (ອີຢູ) ໃຫ້ສັດຕະຍາບັນ.

leftcenterrightdel
ປຸງແຕ່ງກຸ້ງແຊ່ແຂງ ສົ່ງອອກ. ພາບ: ສໍານັກຂ່າວສານຫວຽດນາມ.

ຂໍ້ຕົກລົງປະຫວັດສາດນີ້ເປັນສັນຍາລັກໃຫ້ຄວາມຮັບຮູ້ ແລະຄວາມເຊື່ອໝັ້ນຕໍ່ກັບຫວຽດນາມ, ນີ້ແມ່ນປະເທດທີສອງໃນອາຊຽນເຊິ່ງສະຫະພາບລົງນາມໃນສັນຍາການຄ້າເສລີ. EVFTA ຈະເປີດສັງກາດໃໝ່ດ້ວຍການຄ້າ ແລະການລົງທຶນເພີ່ມຂຶ້ນ, ເລີ່ມຕົ້ນວິວັດການລົບລ້າງເກືອບ 99% ບັນດາກະແສພາສີ ແລະຮົ້ວກີດຂວາງດ້ານການຄ້າໃນຮອບ 10 ປີຕໍ່ໜ້າ. ສັນຍານີ້ກໍ່ຈະເປີດ ຕະຫຼາດໃໝ່ໃຫ້ແກ່ການລົງທຶນ ແລະການປ່ຽນແປງໃໝ່ຂອງເອີລົບ, ພ້ອມທັງຊຸກຍູ້ການພັດທະນາແບບຍືນຍົງຢູ່ຫວຽດນາມ.

ປະຈຸບັນ, ໃນສະພາບການແກ້ງແຍ້ງດ້ານການຄ້າ ແລະພະຍາດໂຄວິດ-19 ໃນທົ່ວໂລກໄດ້ທັບມ້າງການເຄື່ອນໄຫວດໍາເນີນທຸລະກິດຂະໜາດໃຫຍ່, ການປະຕິບັດສັນຍາ EVFTA ມີຄວາມສໍາຄັນກວ່າເວລາໃດໝົດ. ການຄ້າເສລີ, ຍຸຕິທຳ ແລະອີງໃສ່ຫຼັກການແມ່ນປັດໄຈດີທີ່ສຸດໃຫ້ແກ່ການເຕີບໂຕດ້ານເສດຖະກິດ. ຫວຽດນາມ ຈະມີສິດເຂົ້າຕະຫຼາດບໍລິໂພກ, ອຸປະໂພກດ້ວຍພົນລະເມືອງປະມານ 500 ລ້ານຄົນຂອງອີຢູ, ເຊິ່ງບັນດາຜູ້ທີ່ຢາກດໍາເນີນທຸລະກິດ ແລະລົງທຶນເຂົ້າປະເທດທີ່ມີຄວາມປອດໄພ ແລະວັດທະນາຖາວອນຢູ່ໃຈກາງອາຊີ.

ໂດຍ: ເຈິ່ນຮວ່ຽນ