ໝາກຜົນຂອງການສໍາຫຼວດຫວ່າງແລ້ວນີ້ຂອງຫ້ອງການການຄ້າອົດສະຕາລີ (AustCham) ຊີ້ໃຫ້ເຫັນວ່າ 47% ວິສາຫະກິດປະເທດນີ້ຖືວ່າການເຊື່ອມໂຍງຂອງ ອາຊຽນ ໄດ້ສ້າງເງື່ອນໄຂທີ່ດີໃຫ້ແກ່ການເຄື່ອນໄຫວດໍາເນີນທຸລະກິດ, ໃນຂະນະນັ້ນພຽງມີ 27% ຖືວ່າການເຊື່ອມໂຍງນີ້ບໍ່ສໍາຄັນ.

ອັດຕາດັ່ງກ່າວເພີ່ມຂຶ້ນຈາກ 41% ນັບແຕ່ເມື່ອ AustCham ໄດ້ປະຕິບັດການສໍາຫຼວດຄັ້ງທໍາອິດໃນປີ 2017, ຕົວຈິງແລ້ວແມ່ນບັນດາວິສາຫະກິດອົດສະຕາລີ ທີ່ເຄື່ອນໄຫວໃນພາກພື້ນນີ້ເກືອບທັງໝົດທີ່ມີທ່າອ່ຽງສຸມໃສ່ແຕ່ລະປະເທດຫຼາຍກວ່າການເຄື່ອນໄຫວໃນທົ່ວພາກພື້ນ ແລະຄຳຕຳໜິຕິຕຽນຂອງນັກວິໄຈຫຼາຍທ່ານກ່ຽວກັບຄວາມໄວໃນການເຊື່ອມໂຍງແມ່ນຍັງຊັກຊ້າ.

ໃນຈໍານວນບັນດາວິສາຫະກິດເຂົ້າຮ່ວມການສໍາຫຼວດໄດ້ດໍາເນີນກ່ອນທີ່ພະຍາດໂຄວິດ-19 ແຜ່ລະບາດ, 19% ໃຫ້ຮູ້ວ່າເຂົາເຈົ້າໄດ້ເປີດກວ້າງການເຄື່ອນໄຫວພໍສົມຄວນໃນ 2 ປີຜ່ານມາ ແລະ 85% ຄາດຄະເນວ່າຈະເປີດກວ້າງໃນ 5 ປີຈະມາເຖິງ. ໃນການສໍາຫຼວດໜຶ່ງອີກທີ່ໄດ້ປະຕິບັດໃນເດືອນເມສາ ຜ່ານມາ ໃຫ້ຮູ້ວ່າ 48% ວິສາຫະກິດຖືວ່າໂລກພະຍາດໄດ້ສ່ົງຜົນກະທົບທີ່ຫຍໍ້ທ້ໍທີ່ສຸດ ແລະ 38% ຖືວ່າໂລກພະຍາດໄດ້ສົ່ງຜົນກະທົບທີ່ຫຍໍ້ທ້ໍພໍສົມຄວນຕໍ່ກັບການເຄື່ອນໄຫວດໍາເນີນທຸລະກິດ.

leftcenterrightdel
ຜະລິດຕະພັນເຫຼັກຂອງກຸ່ມບໍລິສັດຮວ່າຟ໊າດ ສົ່ງອອກໄປຍັງຕະຫຼາດອົດສະຕາລີ. ພາບ: ສໍານັກຂ່າວສານຫວຽດນາມ.

ການຟື້ນຕົວຂອງ ຫວຽດນາມ ກໍ່ໄດ້ເນັ້ນໜັກໃນການສໍາຫຼວດຂອງ AustCham, ເມື່ອຫວຽດນາມ ໄດ້ຖືວ່າແມ່ນຈຸດນັດພົບທີ່ມີຄວາມສະດວກທີ່ສຸດເພື່ອເປີດກວ້າງການດໍາເນີນທຸລະກິດ, ລື່ນກາຍຟີລິບປິນ ແລະມຽນມາ ໃນຊຸມປີມໍ່ໆມານີ້ ແລະບັນດາຄູ່ຮ່ວມມືເສດຖະກິດຫຼາຍປີຂອງອົດສະຕາລີ ແມ່ນມາເລເຊຍ ແລະສິງກະໂປ.

ນັກຊ່ຽວຊານເສດຖະກິດ Gregory Earl ຂອງສະຖາບັນນະໂຍບາຍ Lowy ໃຫ້ຂໍ້ສັງເກດວ່າຫວຽດນາມ ເຄີຍໄດ້ຮັບບຸລິມະສິດສູງຈາກອົດສະຕາລີ ໃນດ້ານການທູດເສດຖະກິດອາຊີ ແລະອາດຈະໄດ້ຮັບການເອົາໃຈໃສ່ຮ່ວມມືສອງຝ່າຍຫຼາຍກວ່າໃນປະຈຸບັນພາຍຫຼັງທີ່ຫວຽດນາມ ບັນລຸໄດ້ໝາກຜົນປະທັບໃຈໃນການຕໍ່ສູ້ຕ້ານພະຍາດໂຄວິດ-19.

ໃນຂະນະນັ້ນ, ເຖິງວ່າໄພສໍ້ລາດບັງຫຼວງສືບຕໍ່ແມ່ນສິ່ງທ້າທາຍໃຫຍ່ທີ່ສຸດກັບວິສາຫະກິດອົດສະຕາລີ ໃນພາກພື້ນອາຊຽນກໍ່ຕາມ, ແຕ່ການສໍາຫຼວດໄດ້ຊີ້ໃຫ້ເຫັນວ່າບາດກ້າວເຕີບໃຫຍ່ທີ່ເປັນໜ້າໃສ່ໃຈກ່ຽວກັບແງ່ຫວັງເສດຖະກິດພາກພື້ນເມື່ອບັນດາວິສາຫະກິດອົດສະຕາລີ ຖືວ່າຄວາມຫຍຸ້ງຍາກໃນການສໍາຜັດກັບແຮງງານທີ່ມີຄວາມຊຳນານງານແມ່ນສິ່ງທ້າທາຍໃຫຍ່ທີສອງ, ລື່ນກາຍທັງບັນດາຮົ້ວກີດຂວາງຕໍ່ກັບການຖືກໍາມະສິດ ແລະການລົງທຶນ.

ບັນດາຄວາມເຄັ່ງຕຶງກັບ ຈີນ ໃນໄລຍະຜ່ານມາໄດ້ເຮັດໃຫ້ລັດຖະບານອົດສະຕາລີ ເອົາໃຈໃສ່ກວ່າເຖິງບັນດາການເຄື່ອນໄຫວທາງການທູດເສດຖະກິດກັບບັນດາປະເທດອາຊີຕາເວັນອອກສ່ຽງໃຕ້. ທີ່ການປະຊຸມກັບບັນດາວິສາຫະກິດອົດສະຕາລີ ໃນຕົ້ນເດືອນ ມິຖຸນາ, ທ່ານ Simon Birmingham ລັດຖະມົນຕີການຄ້າອົດສະຕາລີ ໃຫ້ຮູ້ວ່າໃນປະຈຸບັນລັດຖະບານອົດສະຕາລີ ຕີລາຄາສູງບົດບາດສໍາຄັນຂອງອາຊຽນ ຕໍ່ກັບພື້ນຖານເສດຖະກິດ ແລະສະຖຽນລະພາບຢູ່ພາກພື້ນ.

ທີ່ການປະຊຸມກ່ຽວກັບໝາກຜົນສໍາຫຼວດດ່ັງກ່າວຂອງ AustCham, ທ່ານ Birmingham ໄດ້ເຜີຍໃຫ້ຮູ້ກ່ຽວກັບນະໂຍບາຍການລົງທຶນຂອງລັດຖະບານອົດສະຕາລີ ແລະໃຫ້ຮູ້ວ່າ ທ່ານສຸມໃສ່ລົງທຶນເຂົ້າພາກພື້ນອາຊຽນ, ພິເສດແມ່ນຈາກບັນດາກອງທຶນບຳນານ.

ຕາມນັກຊ່ຽວຊານເສດຖະກິດ Earl ແລ້ວ, ແນວຄວາມຄິດນໍາໃຊ້ເງິນຈາກກອງທຶນບໍານານຢູ່ອົດສະຕາລີ ສາມາດຊ່ວຍປັບປຸງການພົວພັນລົງທຶນທີ່ຍັງບອບບາງຂອງປະເທດນີ້ຢູ່ເອີລົບ ໃນສະພາບທີ່ລັດຖະບານອົດສະຕາລີ ກໍາລັງມານະພະຍາຍາມຊຸກຍູ້ການເຕີບໂຕເສດຖະກິດ ແລະຫັນການພົວພັນການຄ້າເປັນຫຼາຍຮູບຫຼາຍແບບກັບບັນດາປະເທດອື່ນນອກຈາກຈີນ.

ໂດຍ: ເກື່ອງດັ້ງ