ໜັງສືພິມ DW  ເນັ້ນໜັກວ່າ “ຍຸດທະສາດນີ້ບັນລຸໄດ້ປະສິດທິຜົນເມື່ອເສດຖະກິດຫວຽດນາມ ບັນລຸໄດ້ລະດັບເຕີບໂຕສະເລ່ຍ 6,5% ໃນ 5 ປີຜ່ານມາ, ໃນນັ້ນສ່ວນໃຫຍ່ແມ່ນການລົງທຶນໂດຍກົງຈາກຕ່າງປະເທດ”.

leftcenterrightdel
ພາບປະກອບຈາກສໍານັກຂ່າວສານຫວຽດນາມ.

ຕາມບົດຂຽນແລ້ວ, ສັນຍາການຄ້າເສລີລະຫວ່າງຫວຽດນາມ ແລະສະຫະພາບເອີຣົບ (EVFTA) ຈະຊ່ວຍຫວຽດນາມ ສ້າງຄວາມດຶງດູດຕໍ່ບັນດານັກລົງທຶນກວ່າອີກ, ເປັນຕົ້ນແມ່ນບັນດານັກລົງທຶນທີ່ມາຈາກສະຫະພາບເອີຣົບ (ອີຢູ). ໜັງສືພິມ DW  ໄດ້ຄັດຄໍາເວົ້າຂອງທ່ານ ຫງວຽນມີງຫວູ ເອກອັກຄະລັດຖະທູດຫວຽດນາມ ປະຈໍາເຢຍລະມັນ ວ່າ “ອີຢູ ພວມແມ່ນນັກລົງທຶນຕ່າງປະເທດໃຫຍ່ອັນດັບທີ 5 ຂອງຫວຽດນາມ. ເໝາະສົມທີ່ສຸດເມື່ອຫວັງວ່າການລົງທຶນຈະສືບຕໍ່ເພີ່ມຂຶ້ນ. ມີເຖິງ 62% ນັກລົງທຶນອີຢູ ສະແດງຄໍາເຫັນຢ່າງຕັ້ງໜ້າກ່ຽວກັບການທໍາມາຫາກິນຢູ່ຫວຽດນາມ”.

ໂດຍ: ທະນາພອນ