ສອງຝ່າຍໄດ້ປຶກສາຫາລືບັນດາມາດຕະການເພີ່ມທະວີການຊຸກຍູ້ການຮ່ວມມືດ້ານການຄ້າ,  ເຫັນດີເປັນເອກະພາບຈະຜັນຂະຫຍາຍບັນດາມາດຕະການແນໃສ່ຊຸກຍູ້ການແລກປ່ຽນການຄ້າສອງຝ່າຍລະຫວ່າງສອງປະເທດເພື່ອບັນລຸ 2 ຕື້ໂດລາສະຫະລັດໃນໄລຍະຈະມາເຖິງ.

leftcenterrightdel
ທ່ານ Jafar Uddin ຮອງລັດຖະມົນຕີກະຊວງການຄ້າບັງກະລາເທດ ເປັນປະທານຮ່ວມກອງປະຊຸມ. ພາບ: congthuong.vn.

ກ່າວຄໍາເຫັນທີ່ກອງປະຊຸມ, ທ່ານ Jafar Uddin ໃຫ້ຮູ້ວ່າ: ບັງກະລາເທດ ຖືຫວຽດນາມ ແມ່ນຄູ່ຮ່ວມມືການຄ້າສໍາຄັນ. ສອງປະເທດຍັງມີຄວາມສາມາດບົ່ມຊ້ອນຫຼາຍຢ່າງ ເພື່ອຍູ້ແຮງການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນ.  ລັດຖະບານບັງກະລາເທດ ໄດ້ມີແຜນນະໂຍບາຍເປີດກວ້າງບັນດາຂົງເຂດຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນ... ກັບຫວຽດນາມ.

leftcenterrightdel
ທ່ານ ກາວກ໊ວກຮືງ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະການຄ້າຫວຽດນາມ ເປັນປະທານຮ່ວມກອງປະຊຸມ. ພາບ: congthuong.vn.

ເພື່ອຊຸກຍູ້ການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນລະຫວ່າງສອງປະເທດ, ສອງຝ່າຍເຫັນດີເປັນເອກະພາບຖືວ່າ, ກົນໄກອະນຸກໍາມະການການຄ້າສືບຕໍ່ໄດ້ຮັບການຮັກສາຈະມີບົດບາດສໍາຄັນ. ທີ່ກອງປະຊຸມ, ສອງຝ່າຍໄດ້ປຶກສາຫາລືບັນດາກໍານົດທິດ, ມາດຕະການເຊື່ອມຕໍ່ສອງພື້ນຖານເສດຖະກິດ, ກະທົບເຊິ່ງກັນ ແລະກັນ, ຮ່ວມມືຊ່ວຍຊູເຊິ່ງກັນ ແລະກັນ ເພື່ອພັດທະນາໃນບັນດາຂົງເຂດທີ່ສອງຝ່າຍລ້ວນແຕ່ມີທ່າແຮງ ແລະມີຄວາມຕ້ອງການຮ່ວມມືພັດທະນາໃນສະພາບການຄ້າທົ່ວໂລກປະກົດມີລັດທິອາລັກຂາໃໝ່, ເປັນຕົ້ນແມ່ນຢູ່ບັນດາປະເທດໃຫຍ່.

leftcenterrightdel
 ບັນຍາກາດທີ່ກອງປະຊຸມ. ພາບ: congthuong.vn.

ສອງຝ່າຍເຫັນດີເປັນເອກະພາບຜັນຂະຫຍາຍບັນດາມາດຕະການຊຸກຍູ້ການພົວພັນການຄ້າສອງຝ່າຍລະຫວ່າງສອງປະເທດໃຫ້ບັນລຸວົງເງິນການຄ້າ 2 ຕື້ໂດລາສະຫະລັດ ໃນໄລຍະຈະມາເຖິງ. ເພື່ອບັນລຸເປົ້າໝາຍນີ້ໂດຍໄວ, ສອງຝ່າຍເຫັນດີເປັນເອກະພາບຈະສົມທົບກັນຜັນຂະຫຍາຍບັນດາມາດຕະການ ເພື່ອຊ່ວຍໃຫ້ວິສາຫະກິດສອງປະເທດຍູ້ແຮງການແລກປ່ຽນສິນຄ້າ, ໃນນັ້ນມີຜະລິດຕະພັນເຂົ້າສານຂອງຫວຽດນາມ ທີ່ສົ່ງອອກ ບັງກະລາເທດ, ຫຼື ມັນຝະລັ່ງຂອງບັງກະລາເທດທີ່ນຳເຂົ້າຫວຽດນາມ... ພ້ອມທັງ, ສ້າງເງື່ອນໄຂສະດວກໃຫ້ປະຊາຄົມວິສາຫະກິດສອງຝ່າຍເພີ່ມທະວີການຮ່ວມມື, ໜູນຊ່ວຍການເຊື່ອມຕໍ່ວິສາຫະກິດຮ່ວມມືດໍາເນີນທຸລະກິດ, ແລກປ່ຽນສິນຄ້າ.

ໂດຍ: ກວຽດເຕິມ