ແງ່ຫວັງປະເອີບໃຈໃຫ້ຫວຽດນາມ

ບົດລາຍງານດັ່ງກ່າວໄດ້ຮັບການປະຕິບັດພາຍຫຼັງດຳເນີນການສຳຫຼວດຮັບເອົາຄຳຄິດຄຳເຫັນຈາກການນຳ 1.000 ທ່ານສັງກັດ 21 ພື້ນຖານເສດຖະກິດພາກພື້ນອາຊີ-ປາຊີຟິກ (APEC)-ກຸ່ມເສດຖະກິດກວມເອົາການຄ້າເຄິ່ງໜຶ່ງຂອງທົ່ວໂລກ ແລະປະກອບສ່ວນກວ່າ 50% GDP ຂອງໂລກ. ຕາມບົດລາຍງານດັ່ງກ່າວ, 49% ຈໍານວນຄົນທີ່ມີຄໍາຄິດຄໍາເຫັນແມ່ນສະແດງຄວາມປະເອີບໃຈຕໍ່ການເຕີບໂຕຂອງລາຍຮັບຢູ່ຫວຽດນາມ ໃນປີ 2020, ສູງກວ່າເມຶື່ອທຽບໃສ່ກັບດັດຊະນີສະເລ່ຍໃນ APEC (34%). 

leftcenterrightdel
ການລົງທຶນໂດຍກົງຈາກຕ່າງປະເທດເຂົ້າຫວຽດນາມ ເພີ່ມຂຶ້ນແຮງໃນປີ 2019. ພາບ:  aseaneconomist.com.

ນອກຈາກນັ້ນ, ປະຈຸບັນ 44%  ການນຳວິສາຫະກິດ APEC ກໍ່ມີແຜນເພີ່ມການລົງທຶນເຂົ້າຫວຽດນາມ ໃນປີໜ້າ, ຊ່ວຍໃຫ້ຫວຽດນາມ ສືບຕໍ່ແມ່ນປະເທດດຶງດູດການລົງທຶນຈາກຕ່າງປະເທດແຖວໜ້າ. ນີ້ແມ່ນປີທີສາມ ເຊິ່ງຫວຽດນາມ ຮັກສາຖານະບົດບາດນີ້, ສະແດງໃຫ້ເຫັນແງ່ຫວັງປະເອີບໃຈກ່ຽວກັບການພັດທະນາເສດຖະກິດຢູ່ຫວຽດນາມ ສຳລັບການນຳບັນດາວິສາຫະກິດຢູ່ພາຍໃນປະເທດ ແລະພາກພື້ນ. ຕາມທ່ານນາງ ດິງທິກິ່ງເວິນ, ຜູ້ອຳນວຍການໃຫຍ່ PwC ຫວຽດນາມ ໃຫ້ຮູ້ວ່າ: ລະຫວ່າງບັນດາຄວາມກົດດັນຂອງຮົ້ວກີດຂວາງການຄ້າທີ່ມີຕໍ່ບັນດາພື້ນຖານເສດຖະກິດ APEC, ຫວຽດນາມ ກໍາລັງບືນຕົວຂຶ້ນຕາມທ່າເຕີບໂຕພ້ອມກັບຄວາມປະເອີບໃຈຂອງການນຳບັນດາວິສາຫະກິດ. ຄຽງຂ້າງນັ້ນ, ພື້ນຖານເສດຖະກິດຫວຽດນາມ ຈະສືບຕໍ່ດຶງດູດການລົງທຶນບໍ່ພຽງແຕ່ຈາກຕ່າງປະເທດເທົ່ານັ້ນ ຫາກຍັງຈາກແຫຼ່ງກຳລັງດ້ານເສດຖະກິດພາຍໃນປະເທດອີກດ້ວຍ.

ຖືການພັດທະນາເຕັກໂນໂລຢີແມ່ນບຸລິມະສິດຍຸດທະສາດ

ຜົນການສຳຫຼວດຂອງ PwC ໃຫ້ເຫັນວ່າ, ການນໍາບັນດາວິສາຫະກິດຫວຽດນາມ ມີລະດັບບຸລິມະສິດຫຼາຍພໍສົມຄວນຕໍ່ການພັດທະນາເຕັກໂນໂລຢີກໍ່ຄືປະກອບໃຫ້ແຫຼ່ງຊັບພະຍາກອນມະນຸດບັນດາທັກສະທີ່ຈຳເປັນ ເພື່ອໃຫ້ວິສາຫະກິດຮັກສາກຳລັງຄວາມສາມາດແກ່ງແຍ້ງໃນຕະຫຼາດ. ປະມານ 80% ວິສາຫະກິດຫວຽດນາມ ຮັບຮູ້ວ່າ ການພັດທະນາເຕັກໂນໂລຢີແມ່ນບຸລິມະສິດຍຸດທະສາດ. ເຖິງຢ່າງໃດກໍ່ຕາມ, ເມື່ອຫັນເປັນອັດຕະໂນມັດ ແລະປັນຍາປະດິດ (AI)  ນັ້ນນັບມື້ນັບໄດ້ໃຊ້ກຳລັງແຮງງານຫຼາຍກວ່າ, ການສຳຫຼວດປີນີ້ເນັ້ນໜັກວ່າ ບົດບາດຂອງຜູ້ອອກແຮງງານກໍ່ພວມໄດ້ຮັບການກຳນົດຄືນໃໝ່. 23% ເຈົ້າຂອງວິສາຫະກິດຫວຽດນາມ ປະສົບກັບຄວາມຫຍຸ້ງຍາກໃນການຮັບສະໝັກຊັບພະຍາກອນມະນຸດມີທັກສະເໝາະສົມ ເພື່ອຮັບໃຊ້ການຫັນເປັນອັດຕະໂນມັດ. ມີພຽງແຕ່ 5% ຂອງການນຳບັນດາວິສາຫະກິດຫວຽດນາມ ເທົ່ານັ້ນເມື່ອທຽບໃສ່ 12% ໃນ APEC ໂດຍໃຫ້ຮູ້ວ່າຍ້ອນມີການຫັນເປັນອັດຕະໂນມັດເຂົາເຈົ້າຈຶ່ງໄດ້ສ້າງວຽກເຮັດງານທໍາຕື່ມອີກ ແລະຮັບສະໝັກໄດ້ບຸກຄະລາກອນທີ່ເໝາະສົມ.

ເພື່ອປ່ຽນແປງໃໝ່ ແລະພັດທະນາໃນພື້ນຖານເສດຖະກິດດີຈີຕອນ, ບັນດາການນຳວິສາຫະກິດປາດຖະໜາຢາກມີການຕິດຕາມກວດກາ, ກຳນົດທິດ ແລະຄາດຄະເນຕື່ມອີກ. ຕາມທ່ານ  Bob Moritz, ປະທານຂອງ PwC Global ແລ້ວ, ບັນດາບໍລິສັດກໍາລັງເອົາໃຈໃສ່ທີ່ສຸດເຖິງຄວາມສ່ຽງຍ້ອນບັນດານະໂຍບາຍຂາດປະສິດທິຜົນອາດຈະກໍ່ຂຶ້ນໃນຂົງເຂດ AI, ຄວາມໝັ້ນຄົງທາງເຄືອຂ່າຍອິນເຕີແນັດ. ບັນດາປັດໄຈນີ້ສາມາດສົ່ງຜົນສະທ້ອນຫຍໍ້ທໍ້ເຖິງບັນດາແຜນການລົງທຶນຂອງບໍລິສັດ, ກໍ່ຄືຄວາມໄວ້ເນື້ອເຊື່ອໃຈຂອງລູກຄ້າທີ່ມີຕໍ່ວິສາຫະກິດ.

ຜົນການສຳຫຼວດປີນີ້ໄດ້ສະແດງໃຫ້ເຫັນວ່າ ນີ້ແມ່ນຈຸດເວລາດີທີ່ສຸດເພື່ອໃຫ້ບັນດາວິສາຫະກິດປະກອບສ່ວນສ້າງຂອບກຳນົດນິຕິກຳໂດຍອີງໃສ່ຫຼັກການ. APEC ແມ່ນເວທີປາໄສ ເພື່ອໃຫ້ບັນດາວິສາຫະກິດພ້ອມກັນສ້າງມາດຕະຖານໃຫ້ແກ່ການປ່ຽນແປງໃໝ່, ຄຽງຂ້າງການໝູນໃຊ້ AI ທີ່ມີຄວາມຮັບຜິດຊອບ. ບັນດານັກທຸລະກິດ ແລະບັນດານັກວາງແຜນນະໂຍບາຍສາມາດຮັບປະກັນໄດ້ວ່າ ຂໍ້ກຳນົດ ແລະນະໂຍບາຍກ່ຽວກັບ AI  ປະຈຸບັນຈະບໍ່ເປັນ “ຮົ້ວກີດຂວາງດີຈີຕອນ” ເຮັດໃຫ້ວິວັດທະນາການພັດທະນາຂອງພາກພື້ນ APEC ຊັກຊ້າລົງ.

ໂດຍ: ແສງເດືອນ