ທີ່ການຕ້ອນຮັບ, ທ່ານ Timothy Geithner ຢັ້ງຢືນວ່າ, ຫວຽດນາມ ແມ່ນຕະຫຼາດຍຸດທະສາດສໍາຄັນທີສອງຂອງກອງທຶນອາຊີ-ປາຊີຟິກ. ໃນ 6 ປີຜ່ານມາ, ກອງທຶນໄດ້ລົງທຶນ 1,27 ຕື້ໂດລາສະຫະລັດໃຫ້ 5 ໂຄງການຢູ່ຫວຽດນາມ, ຕົ້ນຕໍແມ່ນສຸມໃສ່ບັນດາຂົງເຂດ, ຄື: ສິນຄ້າບໍລິໂພກ, ອະສັງຫາລິມະຊັບ, ທະນາຄານ ແລະ logistics; ສະແດງຄວາມປາດຖະໜາຢາກເປີດກວ້າງການລົງທຶນຢູ່ຫວຽດນາມ.

leftcenterrightdel
ທ່ານ ຫງວຽນວັນບີ່ງ ຫົວໜ້າຄະນະເສດຖະກິດສູນກາງພັກກອມມູນິດຫວຽດນາມ ຕ້ອນຮັບທ່ານ Timothy Geithner ປະທານກອງທຶນ Warburg Pincus, ອາເມລິກາ. ພາບ: ສໍານັກຂ່າວສານຫວຽດນາມ.

ຕີລາຄາສູງເລື່ອງກອງທຶນ Warburg Pincus ໄດ້ລົງທຶນເຂົ້າບາງໂຄງການຢູ່ຫວຽດນາມ, ທ່ານ ຫງວຽນວັນບີ່ງ ຢັ້ງຢືນວ່າ, ພັກ ແລະລັດຫວຽດນາມ ສ້າງເງື່ອນໄຂສະດວກໃຫ້ບັນດານັກລົງທຶນຕ່າງປະເທດເວົ້າລວມ ແລະນັກລົງທຶນອາເມລິກາ ເວົ້າສະເພາະເຄື່ອນໄຫວຢ່າງຍາວນານ, ພັດທະນາການດຳເນີນທຸລະກິດແບບຍືນຍົງຢູ່ຫວຽດນາມ ລວມມີທັງຂົງເຂດການເງິນ, ທະນາຄານ.

ທີ່ການຕ້ອນຮັບ, ທ່ານ Chris Helzer ຢັ້ງຢືນວ່າ, ຫວຽດນາມ ແມ່ນຕະຫຼາດສໍາຄັນຂອງ Nike ແລະການພົວພັນຮ່ວມມືກັບຫວຽດນາມ ນັບມື້ນັບພັດທະນາ, ເຂົ້າສູ່ລວງເລິກ. ພິເສດແມ່ນໃນສະພາບການ, ປີ 2020 ຈະສະເຫຼີມສະຫຼອງ 25 ປີແຫ່ງວັນກຸ່ມບໍລິສັດ Nike ເຄື່ອນໄຫວຢູ່ຕະຫຼາດຫວຽດນາມ.

ທ່ານ ຫງວຽນວັນບີ່ງ ປາດຖະໜາວ່າ ກຸ່ມບໍລິສັດເພີ່ມທະວີການໝູນໃຊ້ວິທະຍາສາດເຕັກໂນໂລຢີ ແລະບັນດາຜົນງານໃໝ່, ສົ່ງເສີມການຄົ້ນຄວ້າພັດທະນາ, ປ່ຽນແປງໃໝ່, ປະດິດສ້າງ  ແລະເພີ່ມທະວີການເຊື່ອມຕໍ່ກັບບັນດາວິສາຫະກິດຫວຽດນາມ ໃນລະບົບການຜະລິດ, ພິເສດແມ່ນບັນດາວິສາຫະກິດຂະໜາດກາງ ແລະນ້ອຍ.

ໂດຍ: ກວຽດເຕິມ