ທີ່ການເຮັດວຽກ, ທ່ານ ຫງວຽນຟຸເກື່ອງ, ກໍາມະການສູນກາງພັກ, ເລຂາພັກແຂວງດົ່ງນາຍ ໃຫ້ຮູ້ວ່າ, ປະຈຸບັນມີວິສາຫະກິດຕ່າງປະເທດເກືອບ 1.500 ແຫ່ງທີ່ມາຈາກ 45 ປະເທດ, ເຂດແຄວ້ນລົງທຶນເຂົ້າແຂວງດົ່ງນາຍ, ໃນນັ້ນ, ສິງກະໂປ ລົງທຶນກວ່າ 70 ໂຄງການດ້ວຍຍອດຈຳນວນທຶນຈົດທະບຽນປະມານ 3,6 ຕື້ໂດລາສະຫະລັດ, ຢືນອັນດັບທີ 4 ໃນບັນດາປະເທດ, ເຂດແຄວ້ນ. ການນໍາແຂວງດົ່ງນາຍ ປາດຖະໜາວ່າບັນດາວິສາຫະກິດສິງກະໂປ ຈະສືບຕໍ່ລົງທຶນເຂົ້າແຂວງດົ່ງນາຍ ໃນບັນດາຂົງເຂດ, ຄື: ອະສັງຫາລິມະຊັບ, ການບໍລິການ, ການທ່ອງທ່ຽວ, ອຸດສາຫະກໍາເຕັກໂນໂລຢີສູງ...

leftcenterrightdel
ການນໍາແຂວງດົ່ງນາຍ ຖ່າຍຮູບເປັນທີ່ລະນຶກພ້ອມກັບຄະນະປະຕິບັດງານສະຖານກົງສູນໃຫຍ່ສິງກະໂປ ປະຈໍາ ນະຄອນໂຮ່ຈີມິນ. ພາບ: baodongnai.com.vn.

ກ່າວຄໍາເຫັນທີ່ການເຮັດວຽກ, ທ່ານ Kho Ngee Seng Roy, ຫົວໜ້າສະຖານກົງສູນໃຫຍ່ສິງກະໂປ ປະຈໍາ ນະຄອນໂຮ່ຈີມິນ ແບ່ງປັນວ່າ: ໃນໄລຍະຈະມາເຖິງຈະມີຫຼາຍວິສາຫະກິດສິງກະໂປ ມາດົ່ງນາຍ ຊອກຮູ້ລະບຽບການເພື່ອລົງທຶນບັນດາໂຄງການໂຄງລ່າງຄົມມະນາຄົມ, ການບໍລິການ... ສະຖານກົງສູນໃຫຍ່ສິງກະໂປ ປະຈໍາ ນະຄອນໂຮ່ຈີມິນ ຈະເປັນຂົວເຊື່ອມຕໍ່ໜູນຊ່ວຍຂໍ້ມູນຂ່າວສານກ່ຽວກັບແຂວງດົ່ງນາຍ ເພື່ອຊ່ວຍບັນດາວິສາຫະກິດສິງກະໂປ ເລືອກເຟັ້ນຂົງເຂດລົງທຶນຢ່າງເໝາະສົມ.

ໂດຍ: ທະນາພອນ