ເຂົ້າຮ່ວມກອງປະຊຸມສໍາມະນາມີທ່ານ ເຈິ່ນແທັ່ງກົງ ເອກອັກຄະລັດຖະທູດຫວຽດນາມ ປະຈໍາ ເອຢິບ, ຄະນະປະຕິບັດງານກະຊວງອຸດສາຫະກໍາ ແລະການຄ້າຫວຽດນາມ, ບັນດາຜູ້ແທນຂັ້ນສູງຂອງ EBA ພ້ອມກັບຫຼາຍບໍລິສັດເອຢິບ ແລະຫວຽດນາມ ທີ່ມີຄວາມຕ້ອງການເປີດກວ້າງການລົງທຶນຢູ່ຕະຫຼາດຂອງກັນ. ກອງປະຊຸມສໍາມະນາໄດ້ຮັບຖືວ່າແມ່ນກາລະໂອກາດເພື່ອໃຫ້ວິສາຫະກິດສອງປະເທດພົບປະໂດຍກົງ, ຊອກຮູ້ບັນດາກາລະໂອກາດ ແລະສິ່ງທ້າທາຍ, ກໍ່ຄືເພີ່ມທະວີການຮ່ວມມືດໍາເນີນທຸລະກິດ.

leftcenterrightdel
ບັນຍາກາດທີ່ກອງປະຊຸມສໍາມະນາ. ພາບ: ສໍານັກຂ່າວສານຫວຽດນາມ.

ກ່າວຄໍາເຫັນທີ່ກອງປະຊຸມສໍາມະນາ, ທ່ານ Mohamed Youssef ຜູ້ອໍານວຍການບໍລິຫານ EBA ຖືວ່າ, ເອຢິບ ແລະຫວຽດນາມ ຄວນຜ່ານຜ່າບັນດາສິ່ງທ້າທາຍ ແລະສິ່ງກີດຂວາງ ເພື່ອສາມາດກ້າວໄປເຖິງເປົ້າໝາຍບັນລຸວົງເງິນການຄ້າສອງສົ້ນໃຫ້ໄດ້ 1 ຕື້ໂດລາສະຫະລັດ ໃນໄລຍະຈະມາເຖິງ. ຕາມທ່ານ Mohamed Youssef ແລ້ວ, ສິ່ງສໍາຄັນທີ່ສຸດແມ່ນປະຊາຄົມວິສາຫະກິດສອງປະເທດຄວນເພີ່ມທະວີການພົບປະເພື່ອເຂົ້າໃຈກັນໃຫ້ຫຼາຍກວ່າອີກ, ຜ່ານນັ້ນກ້າວໄປເຖິງເປີດກວ້າງການລົງທຶນ ແລະການຮ່ວມມື. ປະຈຸບັນ EBA ກໍ່ພວມຕັ້ງໜ້າໜູນຊ່ວຍ ແລະເຊື່ອມຕໍ່ວິສາຫະກິດເອຢິບ ເພື່ອຊອກຫາກາລະໂອກາດ ແລະຊຸກຍູ້ການລົງທຶນເຂົ້າຕະຫຼາດຫວຽດນາມ.

leftcenterrightdel
ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມສໍາມະນາ. ພາບ: ສໍານັກຂ່າວສານຫວຽດນາມ.

ກໍ່ໃນກອງປະຊຸມສໍາມະນາ, ຫຼາຍວິສາຫະກິດເອຢິບ ໄດ້ສະແດງຄວາມປາດຖະໜາຢາກເພີ່ມທະວີການສົ່ງອອກສິນຄ້າມາຍັງຕະຫຼາດຫວຽດນາມ. ໃນຂະນະນັ້ນ, ຝ່າຍວິສາຫະກິດຫວຽດນາມ ເຈາະຈິ້ມວ່າສອງຝ່າຍຄວນຊຸກຍູ້ການຮ່ວມມືຕາມທິດບຸລິມະສິດເປີດກວ້າງສິນຄ້າປະເພດຕົ້ນຕໍບົນພື້ນຖານຕ່າງຝ່າຍຕ່າງມີຜົນປະໂຫຍດຕື່ມອີກ.

ໂດຍ: ທະນາພອນ