ດ້ວຍຫົວຂໍ້ “ເປີດກວ້າງການຮ່ວມມື-ພັດທະນາແບບຍືນຍົງ”, ມີຮ້ານວາງສະແດງ 400 ຮ້ານ, ໃນນັ້ນມີຮ້ານວາງສະແດງຂອງບັນດາວິສາຫະກິດຫວຽດນາມ ກວ່າ 300 ຮ້ານ, ຮ້ານວາງສະແດງຂອງວິສາຫະກິດຈີນ 100 ຮ້ານ, ໄດ້ວາງສະແດງ, ແນະນໍາຢູ່ງານຕະຫຼາດນັດ.

leftcenterrightdel
ແຂກທ່ອງທ່ຽວຈີນ ຢ້ຽມຊົມຮ້ານວາງສະແດງບັນດາຜະລິດຕະພັນຫວຽດນາມ. ພາບ: ສໍານັກຂ່າວສານຫວຽດນາມ.

ທ່ານ ຫງວຽນຕ໊ຽນຢຸງ ຮອງປະທານຜູ້ປະຈໍາການຄະນະກຳມະການປະຊາຊົນນະຄອນມ໊ອງກ໊າຍ ໃຫ້ຮູ້ວ່າ: “ງານຕະຫຼາດນັດແມ່ນຂົວຕໍ່ ເພື່ອໃຫ້ບັນດາວິສາຫະກິດສອງຝ່າຍຊອກຫາຄູ່ຮ່ວມມືຮ່ວມທຸລະກິດ, ຮ່ວມສໍາພັນເປີດກວ້າງຕະຫຼາດ, ເພີ່ມທະວີການເຄື່ອນໄຫວສົ່ງເສີມ, ເປີດກວ້າງການລົງທຶນ ແລະພັດທະນາການທ່ອງທ່ຽວ. ພ້ອມທັງຜ່ານບັນດາການເຄື່ອນໄຫວຢູ່ງານຕະຫຼາດນັດຈະເຮັດໃຫ້ສີສັນວັດທະນະທໍາທີ່ເປັນເອກະລັກສະເພາະຂອງປະຊາຊົນສອງຟາກຊາຍແດນອຸດົມສົມບູນກວ່າອີກ, ສືບຕໍ່ເຮັດໃຫ້ການພົວພັນຖານບ້ານໃກ້ເຮືອນຄຽງ, ມິດຕະພາບ ແລະການຮ່ວມມືພ້ອມກັນພັດທະນາລະຫວ່າງບັນດາທ້ອງຖິ່ນຢູ່ເຂດຊາຍແດນຂອງສອງປະເທດນັບມື້ນັບແທດຈິງ, ກ້າວເຂົ້າສູ່ລວງເລິກ,  ມີປະສິດທິຜົນກວ່າອີກ, ປະກອບສ່ວນເຂົ້າໃນຄວາມວັດທະນາຖາວອນລວມຂອງແຕ່ລະທ້ອງຖິ່ນ, ແຕ່ລະປະເທດ”.

leftcenterrightdel
ປະຊາຊົນ ແລະແຂກທ່ອງທ່ຽວຊື້ຜະລິດຕະພັນທີ່ງານຕະຫຼາດນັດການຄ້າ, ການທ່ອງທ່ຽວສາກົນຫວຽດນາມ-ຈີນ ປີ 2019. ພາບ: ສໍານັກຂ່າວສານຫວຽດນາມ.

ໃນຂອບເຂດງານຕະຫຼາດນັດທີ່ດໍາເນີນໃນລະຫວ່າງວັນທີ 1 ຫາວັນທີ 7 ທັນວາດ້ວຍການເຄື່ອນໄຫວຫຼາຍຢ່າງ, ຄື: ງານວາງສະແດງຜົນງານພັດທະນາເສດຖະກິດ-ສັງຄົມຂອງບັນດາທ້ອງຖິ່ນສອງປະເທດຫວຽດນາມ-ຈີນ; ກອງປະຊຸມເຊື່ອມຕໍ່ການສົ່ງອອກຜະລິດຕະພັນກະເສດ, ເຄື່ອງປ່າຂອງດົງ, ສິນໃນນ້ຳ ຫວຽດນາມ-ຈີນ; ເວທີປາໄສໂຄສະນາສົ່ງເສີມການທ່ອງທ່ຽວ... ພ້ອມກັນນັ້ນແມ່ນບັນດາການເຄື່ອນໄຫວພົບປະແລກປ່ຽນງານມະໂຫລານວັດທະນະທໍາສິລະປະຢູ່ແມ່ນໍ້າຊາຍແດນລະຫວ່າງສອງທ້ອງຖິ່ນ.

ໂດຍ: ກວຽດເຕິມ