ກ່າວຄໍາເຫັນທີ່ການເຮັດວຽກ,  ທ່ານພົນຈັດຕະວາ ດັ້ງຮົ່ງຈຽນ, ຜູ້ອຳນວຍການໃຫຍ່ສູນເຂດຮ້ອນຫວຽດນາມ-ລັດເຊຍ, ໄດ້ແນະນໍາໂດຍສັງເຂບກ່ຽວກັບວິວັດການກໍ່ສ້າງ, ພັດທະນາ ແລະບັນດາພາລະບົດບາດ, ໜ້າທີ່ຕົ້ນຕໍຂອງສູນ. ພ້ອມທັງສະແດງຄວາມປາດຖະໜາວ່າໃນໄລຍະຈະມາເຖິງ, ການພົວພັນສົມທົບ, ຮ່ວມມືຄົ້ນຄວ້າວິທະຍາສາດລະຫວ່າງຫວຽດນາມ ແລະລາວ ເວົ້າລວມ, ລະຫວ່າງສູນເຂດຮ້ອນຫວຽດນາມ-ລັດເຊຍ ແລະບັນດາອົງການຈັດຕັ້ງຂອງກະຊວງວິທະຍາສາດ ແລະເຕັກໂນໂລຢີລາວ ເວົ້າສະເພາະຈະນັບມື້ນັບພັດທະນາ, ບັນລຸໄດ້ໝາກຜົນສໍາຄັນຫຼາຍຢ່າງ, ຮັບໃຊ້ໃຫ້ຂົງເຂດເສດຖະກິດ-ສັງຄົມ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະພັດທະນາວິທະຍາສາດ-ເຕັກໂນໂລຢີຢູ່ແຕ່ລະປະເທດ.

leftcenterrightdel
ບັນຍາກາດທີ່ການເຮັດວຽກ. ພາບ: ທຸ່ຍລີງ.

ສ່ວນທ່ານ ບໍ່ວຽງຄໍາ ວົງດາລາ ລັດຖະມົນຕີກະຊວງວິທະຍາສາດ ແລະເຕັກໂນໂລຢີລາວ ຕີລາຄາສູງບັນດາຜົນງານເຊິ່ງສູນເຂດຮ້ອນຫວຽດນາມ-ລັດເຊຍ ບັນລຸໄດ້ໃນວິວັດການກໍ່ສ້າງ ແລະພັດທະນາ. ພ້ອມທັງຫວັງວ່າ ສອງຝ່າຍຈະເພີ່ມທະວີການແລກປ່ຽນບົດຮຽນ, ຮ່ວມມືໃນຂົງເຂດຄົ້ນຄວ້າວິທະຍາສາດ ແລະເຕັກໂນໂລຢີ, ປະກອບສ່ວນເຮັດໃຫ້ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງລາວ ແລະຫວຽດນາມ ໃຫ້ນັບມື້ນັບເກີດດອກອອກຜົນຍິ່ງໆຂຶ້ນ.

ໂດຍ: ເຈິ່ນຮວ່ຽນ