ກອງປະຊຸມແມ່ນເຫດການສໍາຄັນແນໃສ່ການຫັນຖະແຫຼງການຮ່ວມຂອງນາຍົກລັດຖະມົນຕີສອງປະເທດໃນວັນທີ 23 ສິງຫາ ຜ່ານມາເປັນລະອຽດ ເນື່ອງໃນໂອກາດການຢ້ຽມຢາມຫວຽດນາມ ຂອງທ່ານ Scott Morrison ນາຍົກລັດຖະມົນຕີອົດສະຕາລີ ເພື່ອກ້າວໄປເຖິງການສ້າງຍຸດທະສາດການຮ່ວມມືເສດຖະກິດເພີ່ມທະວີດ້ວຍເປົ້າໝາຍກາຍເປັນໜຶ່ງໃນ 10 ຄູ່ຮ່ວມມືການຄ້າ ແຖວໜ້າຂອງກັນ; ປະກອບສ່ວນປັບປຸງຄໍາໝັ້ນສັນຍາລວມຂອງສອງປະເທດສໍາລັບຫັນການຄ້າເປັນເສລີ ແລະເຊື່ອມຕໍ່ເສດຖະກິດ, ຊ່ວຍໃຫ້ສອງປະເທດໝູນໃຊ້ບັນດາກາລະໂອກາດຈາກຕະຫຼາດທີ່ຫາກໍ່ພົ້ນເດັ່ນ.

leftcenterrightdel
ທ່ານ ຫງວຽນຈີ໊ຢູງ ລັດຖະມົນຕີກະຊວງແຜນການ ແລະການລົງທຶນຫວຽດນາມ. ພາບ: ສໍານັກຂ່າວສານຫວຽດນາມ.

ທີ່ກອງປະຊຸມ, ສອງຝ່າຍໄດ້ສຸມໃສ່ການແລກປ່ຽນຮ່ວມມືສອງຝ່າຍກ່ຽວກັບການຄ້າ, ການລົງທຶນ, ການຮ່ວມມືພັດທະນາ ແລະການປ່ຽນແປງໃໝ່ຫົວຄິດປະດິດສ້າງ. ສອງຝ່າຍກໍ່ໄດ້ປຶກສາຫາລືກ່ຽວກັບບັນດາບັນຫາທົ່ວໂລກ, ພາກພື້ນ ແລະຫຼາຍຝ່າຍ. ດ້ວຍເລື່ອງສົມທົບກັນຈັດຕັ້ງ ແລະເຂົ້າຮ່ວມກອງປະຊຸມຄັ້ງນີ້, ຫວຽດນາມ ຢັ້ງຢືນວ່າຈະຕັດສິນໃຈພ້ອມກັບອົດສະຕາລີ ເພີ່ມທະວີການພົວພັນການຄ້າ, ການລົງທຶນ ແລະການຮ່ວມມືພັດທະນາລະຫວ່າງສອງປະເທດ, ຕອບສະໜອງຄວາມມຸ່ງມາດປາດຖະໜາ ແລະຜົນປະໂຫຍດຢ່າງແທດຈິງຂອງແຕ່ລະປະເທດ, ພ້ອມທັງປະກອບສ່ວນໃຫ້ສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະພັດທະນາຢູ່ພາກພື້ນຜ່ານການຮ່ວມມືເສດຖະກິດ.

ສິ້ນສຸດກອງປະຊຸມ, ທ່ານ ຫງວຽນຈີ໊ຢູງ ແລະທ່ານ Simon Birmingham ໄດ້ລົງນາມຖະແຫຼງການຮ່ວມກ່ຽວກັບກອງປະຊຸມລັດຖະມົນຕີຄູ່ຮ່ວມມືເສດຖະກິດຫວຽດນາມ-ອົດສະຕາລີ.

ໂດຍ: ຄໍາແພງ