ຈຸດປະສົງຂອງເວທີປາໄສແມ່ນແນໃສ່ສະໜອງຂໍ້ມູນຂ່າວສານຢ່າງຄົບຖ້ວນກ່ຽວກັບບັນດາກາລະໂອກາດລົງທຶນ ແລະດໍາເນີນທຸລະກິດເຊິ່ງສັນຍາການຄ້າເສລີຫວຽດນາມ-ອີຢູ (EVFTA) ແລະສັນຍາປົກປ້ອງການລົງທຶນຫວຽດນາມ ແລະອີຢູ (EVIPA)  ຈະນໍາມາໃຫ້ບັນດາວິສາຫະກິດແບນຊິກ ເມື່ອສອງຝ່າຍໃຫ້ສັດຕະຍາບັນ.

leftcenterrightdel
ທ່ານ ຫວູດ້າຍທັ໊ງ ຮອງລັດຖະມົນຕີກະຊວງແຜນການ ແລະການລົງທຶນຫວຽດນາມ ກ່າວຄໍາເຫັນທີ່ເວທີປາໄສ. ພາບ: ສໍານັກຂ່າວສານຫວຽດນາມ.

ກ່າວຄໍາເຫັນທີ່ເວທີປາໄສ, ທ່ານ ຫວູດ້າຍທັ໊ງ ຮອງລັດຖະມົນຕີກະຊວງແຜນການ ແລະການລົງທຶນຫວຽດນາມ ຖືວ່າ, EVFTA ແລະ EVIPA ຈະປະກອບສ່ວນເອື້ອອຳນວຍຄວາມສະດວກໃຫ້ຫວຽດນາມ ໃນການດຶງດູດການລົງທຶນດ້ວຍຄຸນນະພາບສູງຈາກບັນດານັກລົງທຶນອີຢູ ແລະສ້າງກາລະໂອກາດທີ່ດີໃຫ້ນັກລົງທຶນຫວຽດນາມ ສຳຜັດກັບຕະຫຼາດອີຢູ.

ທີ່ເວທີປາໄສຄັ້ງນີ້, ບັນດາວິສາຫະກິດແບນຊິກໄດ້ຮັບຂໍ້ມູນຂ່າວສານຢ່າງຄົບຖ້ວນ ແລະຮອບດ້ານກ່ຽວກັບບັນດາກາລະໂອກາດລົງທຶນ ແລະການຮ່ວມມືດໍາເນີນທຸລະກິດ, ການຄ້າຢູ່ຫວຽດນາມ ເມື່ອສັນຍາ EVFTA ແລະ EVIPA ມີຜົນສັກສິດ.

leftcenterrightdel
ບັນຍາກາດທີ່ເວທີປາໄສວິສາຫະກິດຫວຽດນາມ-Flanders. ພາບ: ສໍານັກຂ່າວສານຫວຽດນາມ.

ສິ້ນສຸດເວທີປາໄສ, ບັນດານັກບັນລະຍາຍ ແລະຜູ້ຕາງໜ້າບັນດາວິສາຫະກິດເຂົ້າຮ່ວມລ້ວນແຕ່ເຫັນດີເປັນເອກະພາບວ່າ,  ເມື່ອ EVFTA ແລະ EVIPA ໄດ້ຮັບການໃຫ້ສັດຕະຍາບັນແລ້ວຈະນໍາມາເຊິ່ງກາລະໂອກາດດໍາເນີນທຸລະກິດທີ່ດີໃຫ້ບັນດາວິສາຫະກິດສອງຝ່າຍ ແລະເຂົາເຈົ້າຕ້ອງກະກຽມແຫຼ່ງກໍາລັງ ແລະຊັບພະຍາກອນມະນຸດເພື່ອກໍາແໜ້ນກາລະໂອກາດ, ສິ່ງດັ່ງ ກ່າວຈະຊ່ວຍເຮັດໃຫ້ການພົວພັນຮ່ວມມືລະຫວ່າງຫວຽດນາມ-ແບນຊິກ ເລິກເຊິ່ງ ແລະຮອບດ້ານກວ່າອີກ, ພິເສດແມ່ນໃນຂົງເຂດເສດຖະກິດ ແລະການຄ້າ.

ໂດຍ: ກວຽດເຕິມ