ທ່ານນາງ Stephanie von Friedeburg ໃຫ້ຮູ້ວ່າ, IFC ຕີລາຄາສູງບັນດາກາລະໂອກາດການລົງທຶນດ້ານການເງິນຢູ່ຫວຽດນາມ ໃນໄລຍະຈະມາເຖິງ. IFC ປາດຖະໜາຢາກຊຸກຍູ້ການຮ່ວມມື, ພັດທະນາຕະຫຼາດທຶນຢູ່ຫວຽດນາມ ດ້ວຍວິທີຍົກອອກບັນດາຜະລິດຕະພັນໃໝ່ໃຫ້ຕະຫຼາດຫຼັກຊັບ, ໜູນຊ່ວຍພັດທະນາຕະຫຼາດພັນທະບັດວິສາຫະກິດ, ລົງທຶນເຂົ້າບັນດາໂຄງການໃຫຍ່ຂອງຫວຽດນາມ.

leftcenterrightdel
ທ່ານ ເວືອງດີ່ງເຫວ້ ຕ້ອນຮັບທ່ານນາງ Stephanie von Friedeburg. ພາບ: ແທ່ງຈູງ.

ກໍ່ໃນວັນດຽວກັນ, ທີ່ສໍານັກງານສູນກາງພັກ, ທ່ານ ຫງວຽນວັນບີ່ງ, ກໍາມະການກົມການເມືອງ, ເລຂາທິການສູນກາງພັກ, ຫົວໜ້າຄະນະເສດຖະກິດສູນກາງໄດ້ຕ້ອນຮັບທ່ານນາງ Stephanic von Friedeburge.

ຕອນບ່າຍວັນທີ 7 ພະຈິກ, ທີ່ສໍານັກງານສູນກາງພັກ, ທ່ານ ຫງວຽນວັນບີ່ງ ຫົວໜ້າຄະນະເສດຖະກິດສູນກາງໄດ້ຕ້ອນຮັບທ່ານ In-chang Song, ສະມາຊິກຄະນະອໍານວຍການບໍລິຫານງານ, ຜູ້ອໍານວຍການບໍລິຫານກຸ່ມທະນາຄານພັດທະນາອາຊີ (ADB), ຮັບຜິດຊອບສ.ເກົາຫຼີ, ປາປົວນິວກີເນ, ສີລັງກາ, ໄຕ້ຫວັນ (ຈີນ), ອຸຊເບກິສະຖານ, ວານົວຕູ ແລະຫວຽດນາມ.

ທ່ານ ຫງວຽນວັນບີ່ງ ປາດຖະໜາວ່າ ADB ສືບຕໍ່ຮ່ວມເດີນທາງ ແລະໜູນຊ່ວຍຫວຽດນາມ ໃນໄລຍະຈະມາເຖິງ. ທ່ານ In-chang Song ຢັ້ງຢືນວ່າ ADB ຈະມີຫຼາຍນະໂຍບາຍທີ່ມີໄຫວພິບສອດຄ່ອງເພື່ອໜູນຊ່ວຍຫວຽດນາມ ສືບຕໍ່ກິດຈະການສ້າງໂຄງປະກອບພື້ນຖານເສດຖະກິດຄືນໃໝ່ ແລະປະຕິບັດບັນດາເປົ້າໝາຍຫຼຸດຜ່ອນຄວາມທຸກຍາກແບບຍືນຍົງ.

ໂດຍ: ເກື່ອງດັ້ງ