leftcenterrightdel
ທ່ານ ຫງວຽນເຕິມຈ໊ຽນ ປະທານສະມາຄົມຫວຽດນາມ-ອາເມລິກາ ກ່າວຄໍາເຫັນທີ່ການໂອ້ລົມສົນທະນາ. ພາບ: dangcongsan.vn.

ກ່າວຄໍາເຫັນທີ່ການໂອ້ລົມສົນທະນາ, ທ່ານ ຫງວຽນເຕິມຈ໊ຽນ ປະທານສະມາຄົມຫວຽດນາມ-ອາເມລິກາ ໃຫ້ຂໍ້ສັງເກດວ່າ, ເຄີຍເປັນສັດຕູກັນໃນອະດີດຕະການ, ແຕ່ມາບັດນີ້ຫວຽດນາມ ແລະອາເມລິກາ ໄດ້ຫັນການພົວພັນເປັນປົກກະຕິ ແລະສ້າງຕັ້ງການພົວພັນຄູ່ຮ່ວມມືຮອບດ້ານ. ຕາມທ່ານ ຫງວຽນເຕິມຈ໊ຽນ ແລ້ວ, ປະຈຸບັນ, ການພົວພັນຮ່ວມມືຫວຽດນາມ-ອາເມລິກາ ພວມນັບມື້ນັບພັດທະນາຢ່າງເລິກເຊິ່ງກວ້າງຂວາງໃນຫຼາຍຂົງເຂດ, ພິເສດແມ່ນກ່ຽວກັບເສດຖະກິດ, ການຄ້າ ແລະການລົງທຶນ.

ສ່ວນທ່ານ David ຮຸຍໂຮ່, ຜູ້ຕາງໜ້າ VABC ໃຫ້ຮູ້ວ່າ, ເມືອງ Rockingham ແມ່ນເຂດເສດຖະກິດຈຸດສຸມຂອງລັດ Virginia. ທ່ານ David ຮຸຍໂຮ່ ເນັ້ນໜັກວ່າ, ຜ່ານການໂອ້ລົມສົນທະນາຄັ້ງນີ້, VABC ປາດຖະໜາຢາກໜູນຊ່ວຍວິສາຫະກິດຫວຽດນາມ ກ້າວເຂົ້າສູ່ຕະຫຼາດທີ່ກວ້າງໃຫຍ່ ແລະມີຄວາມສາມາດບົ່ມຊ້ອນຂອງອາເມລິກາ, ຜ່ານນັ້ນປະກອບສ່ວນຊຸກຍູ້ການພົວພັນຮ່ວມມືໃນບັນດາຂົງເຂດເສດຖະກິດ, ການຄ້າ ແລະການລົງທຶນລະຫວ່າງຫວຽດນາມ ແລະອາເມລິກາ.

ໂດຍ: ຄໍາແພງ