ທີ່ກອງປະຊຸມ, ສອງຝ່າຍໄດ້ພິຈາລະນາ, ຕີລາຄາບັນດາຜົນງານຮ່ວມມືໃນຂົງເຂດການເງິນ ແລະເງິນຕາ ເຊິ່ງສອງທະນາຄານບັນລຸໄດ້ໃນປີຜ່ານມາ, ປຶກສາຫາລືບັນດາມາດຕະການແນໃສ່ເພີ່ມທະວີການຮ່ວມມືໃນໄລຍະຈະມາເຖິງກວ່າອີກ. ສອງຝ່າຍກໍ່ປຶກສາຫາລືກ່ຽວກັບນະໂຍບາຍເສດຖະກິດມະຫາພາກ, ເງິນຕາ, ແບບວິທີຄຸ້ມຄອງບັນດາທະນາຄານການຄ້າຂອງລັດ ແລະບັນດາບັນຫາທີ່ກ່ຽວຂ້ອງ.

leftcenterrightdel
ບັນຍາກາດທີ່ກອງປະຊຸມ. ພາບ: ສໍານັກຂ່າວສານຫວຽດນາມ.

ສອງຝ່າຍເຫັນດີເປັນເອກະພາບກັນວ່າ ທະນາຄານແຫ່ງລັດຫວຽດນາມ ແລະທະນາຄານແຫ່ງ ສປປ ລາວ ຈະເພີ່ມທະວີການຮ່ວມມືໃນບັນດາຂົງເຂດວິຊາສະເພາະ, ເຕັກໂນໂລຢີຂໍ້ມູນຂ່າວສານ  ແລະບັນດາບັນຫາສໍາຄັນອື່ນທີ່ກ່ຽວຂ້ອງເຖິງທະນາຄານ. ສອງທະນາຄານໃຫ້ຄໍາໝັ້ນສັນຍາຈະຊຸກຍູ້ ແລະສ້າງເງື່ອນໄຂໃຫ້ບັນດາທະນາຄານການຄ້າຂອງສອງປະເທດສ້າງຕັ້ງການຮ່ວມມື, ແລກປ່ຽນການຄ້າ ແລະການລົງທຶນຢູ່ສອງປະເທດແນໃສ່ສົ່ງເສີມການພັດທະນາຂອງສອງລະບົບທະນາຄານ, ຮັບໃຊ້ໃຫ້ບັນດານັກລົງທຶນ ແລະດໍາເນີນທຸລະກິດຂອງຫວຽດນາມ ແລະລາວ ໃນບັນດາການເຄື່ອນໄຫວທີ່ກ່ຽວຂ້ອງເຖິງການລົງທຶນ, ການຄ້າ ແລະດຳເນີນທຸລະກິດເປັນຢ່າງດີ.

ໂດຍ: ຄໍາແພງ