ທີ່ການຕ້ອນຮັບ, ທ່ານ ຫງວຽນແທັ່ງຟອງ ປາດຖະໜາວ່າ ໃນໄລຍະຈະມາເຖິງຈະມີຫຼາຍໂຄງການຮ່ວມມືຢ່າງລະອຽດ, ເປັນຕົ້ນແມ່ນໃນຂົງເຂດທີ່ນະຄອນພວມເອົາໃຈໃສ່ພັດທະນາ, ຄື: ກະສິກໍາເຕັກໂນໂລຢີສູງ; ກໍ່ສ້າງພື້ນຖານໂຄງລ່າງຕົວເມືອງ... ຄຽງຂ້າງນັ້ນ, ນະຄອນໂຮ່ຈີມິນ ກໍ່ຍູ້ແຮງການຮ່ວມມືໃນຂົງເຂດການສຶກສາ; ການທ່ອງທ່ຽວຊີວະພາບ...

leftcenterrightdel
ບັນຍາກາດທີ່ການຕ້ອນຮັບ. ພາບ: ສໍານັກຂ່າວສານຫວຽດນາມ.

ກ່າວຄໍາເຫັນທີ່ການຕ້ອນຮັບ, ທ່ານ Yoshihiro Murai ໃຫ້ຮູ້ວ່າ, ການຢ້ຽມຢາມ ແລະເຮັດວຽກຂອງຄະນະຜູ້ແທນແຂວງ Miyagi ຢູ່ນະຄອນຄັ້ງນີ້ ເພື່ອແນໃສ່ຊອກຮູ້ສະພາບການພັດທະນາເສດຖະກິດ, ແລກປ່ຽນໂອກາດສົ່ງເສີມການຮ່ວມມືລົງທຶນ, ການຄ້າລະຫວ່າງສອງທ້ອງຖິ່ນ. ທ່ານ Yoshihiro Murai ໃຫ້ຄໍາໝັ້ນສັນຍາວ່າ ຈະສ້າງເງື່ອນໄຂສະດວກທີ່ສຸດໃຫ້ແກ່ການຮ່ວມມືລະຫວ່າງແຂວງ Miyagi ແລະນະຄອນໂຮ່ຈີມິນ, ພິເສດແມ່ນກິດຈະກໍາພົບປະແລກປ່ຽນ, ເຊື່ອມຕໍ່ລະຫວ່າງວິສາຫະກິດ ແລະປະຊາຊົນສອງທ້ອງຖິ່ນ.

ໂດຍ: ທະນາພອນ