leftcenterrightdel
ທ່ານ ໂຮ່ມິງຕ໋ວນ ເອກອັກຄະລັດຖະທູດຫວຽດນາມ ແລະທ່ານ ວາລາ ດີເມຍດູຮີ ປະທານ ຫ້ອງການຄ້າເຊັກ  ພ້ອມກັບບັນດາພະນັກງານຂອງສະຖານທູດຫວຽດນາມ. ພາບ: vov.vn.

ທ່ານ ວາລາ ດີເມຍດູຮີ ຢືນຢັນວ່າ ຈະສະໜັບສະໜູນສະພາສາທາລະນະລັດເຊັກ ກໍຄືສະພາເອີຣົບໃຫ້ຮັບຮອງສັນຍາ EVFTA ແລະສັນຍາປົກປ້ອງການລົງທຶນ EVFTA. ທ່ານ ໂຮ່ມິງຕ໋ວນ ກ່າວວ່າ EVFTA ທ່ີລົງນາມ ຢູ່ນະຄອນຫລວງຮ່າໂນ້ຍ ຈະເປັນເງື່ອນໄຂໃນການຊຸກຍູ້ພັດທະນາການຄ້າ ແລະການລົງທຶນລະຫວ່າງຫວຽດນາມ ແລະສະຫະພັນເອີຣົບ (EU).

ເຊັກ ເປັນປະເທດຕັ້ງຢູ່ໃຈກາງຂອງເອີຣົບ, ເຊິ່ງມີການພົວພັນອັນເປັນມູນເຊື້ອດີງາມ ແລະໂຄງສ້າງເສດຖະກິດໄດ້ມີການພັດທະນາໃຫ້ແກ່ເສດຖະກິດຫວຽດນາມ. ສະນັ້ນຈະເປັນການສ້າງໂອກາດໃນການຍົກສູງມູນຄ່າການຄ້າໃຫ້ໄດ້ຫລາຍຂຶ້ນຕື່ມ ພ້ອມທັງເປັນໂອກາດໃນການເຮັດໃຫ້ເຊັກ ສົ່ງອອກກຸ່ມສິນຄ້າທ່ີມີທ່າແຮງໄປຍັງຫວຽດນາມ ແນໃສ່ປັບປຸງຄວາມສົມດຸນທາງດ້ານການຄ້າລະຫວ່າງສອງຝ່າຍໃນປັດຈຸບັນໃຫ້ໄດ້ຮັບປະສິດທິຜົນດີຂຶ້ນ. ນອກນັ້ນ, ທ່ານ ວາລາ ດີເມຍດູຮີ ກ່າວວ່າເມື່ອສັນຍາການຄ້າສອງສະບັບມີຜົນບັງຄັບໃຊ້ຈະເປີດໂອກາດໃນການຊຸກຍູ້ການສົ່ງອອກສິນຄ້າໄປຍັງຫວຽດນາມ  ແລະຈະເຮັດໃຫ້ການຄ້າຂອງສອງຝ່າຍມີຄວາມສົມດຸນຂຶ້ນຢ່າງຕໍ່ເນື່ອງ. ໂດຍສະເພາະຂະແໜງການຜະລິດລົດໃຫຍ່, ຢາປິ່ນປົວພະຍາດ, ເຄມີ ແລະ ອື່ນໆ.

ເນື້ອໃນ: ຂປລ