ທີ່ການຕ້ອນຮັບທ່ານ Zhou Jiang Yong, ທ່ານນາງ ຫວໍທິຢຸງ ເນັ້ນໜັກວ່າ, ນະຄອນໂຮ່ຈີມິນ ຍາມໃດກໍ່ຖືເປັນສໍາຄັນການພົວພັນກັບທ້ອງຖິ່ນຕ່າງໆຂອງຈີນ ເວົ້າລວມ ແລະແຂວງເຈີຈຽງ, ໃນນັ້ນມີນະຄອນຫາງໂຈວ ເວົ້າສະເພາະ.

leftcenterrightdel
ທ່ານນາງ ຫວໍທິຢຸງ, ຮອງເລຂາພັກນະຄອນໂຮ່ຈີມິນ ຕ້ອນຮັບທ່ານ Zhou Jiang Yong, ເລຂາພັກນະຄອນຫາງໂຈວ (ຈີນ). ພາບ: ສໍານັກຂ່າວສານຫວຽດນາມ.

ການຢ້ຽມຢາມຂອງທ່ານ Zhou Jiang Yong ແລະຄະນະປະຕິບັດງານຈະປະກອບສ່ວນຮັດແໜ້ນການພົວພັນຮ່ວມມືລະຫວ່າງນະຄອນໂຮ່ຈີມິນ ແລະທ້ອງຖິ່ນຕ່າງໆຂອງຈີນ. ໃນໄລຍະຈະມາເຖິງ, ນະຄອນໂຮ່ຈີມິນ ແລະນະຄອນຫາງໂຈວ ກໍ່ຄືແຂວງເຈີຈຽງ ຈະເພີ່ມທະວີການແລກປ່ຽນຮ່ວມມື, ຂຸດຄົ້ນຄວາມສາມາດບົ່ມຊ້ອນດ້ານການທ່ອງທ່ຽວຂອງສອງທ້ອງຖິ່ນ. ນອກຈາກນັ້ນ, ນະຄອນໂຮ່ຈີມິນ ກໍ່ປາດຖະໜາຢາກຖອດຖອນບົດຮຽນໃນການພັດທະນາເສດຖະກິດ-ສັງຄົມຂອງນະຄອນຫາງໂຈວ.

leftcenterrightdel
ບັນຍາກາດທີ່ການຕ້ອນຮັບ. ພາບ: ສໍານັກຂ່າວສານຫວຽດນາມ.

ສ່ວນທ່ານ Zhou Jiang Yong ສະແດງຄວາມປະທັບໃຈຕໍ່ການພັດທະນາຂອງນະຄອນໂຮ່ຈີມິນ ແລະປາດຖະໜາວ່າໃນໄລຍະຈະມາເຖິງ, ນະຄອນໂຮ່ຈີມິນ, ນະຄອນຫາງໂຈວ ແລະແຂວງເຈີຈຽງ ຈະເພີ່ມທະວີການຮ່ວມມືບໍ່ພຽງແຕ່ການພົບປະແລກປ່ຽນປະຊາຊົນ, ການພົບປະແລກປ່ຽນວັດທະນະທໍາເທົ່ານັ້ນ ຫາກຍັງພ້ອມກັນຊຸກຍູ້ການຮ່ວມມືດ້ານເສດຖະກິດອີກດ້ວຍ.

ໂດຍ: ຄໍາແພງ