ໃນໄລຍະຜ່ານມາ, ການພົວພັນລະຫວ່າງນະຄອນ ໂຮ່ຈີມິນ ແລະແຂວງ Gyeongsangbuk ພັດທະນາຢ່າງຈົບງາມ, ພິເສດແມ່ນໃນຂົງເຂດການທ່ອງທ່ຽວ ເຊິ່ງເປັນທ່າແຮງຂອງສອງທ້ອງຖິ່ນ. ທ່ານ ຫງວຽນແທ່ງຟອງ ຫວັງວ່າ ໃນໄລຍະຈະມາເຖິງ, ເມື່ອສອງປະເທດເປີດສາຍການບິນໂດຍກົງລະຫວ່າງນະຄອນ ໂຮ່ຈີມິນ ແລະນະຄອນ Deagu (ເມືອງເອກຂອງ Gyeongsangbuk), ການພົວພັນຮ່ວມມືສອງຝ່າຍລະຫວ່າງສອງທ້ອງຖິ່ນຈະນັບມື້ນັບພັດທະນາຢ່າງເລິກເຊິ່ງກວ້າງຂວາງ.

leftcenterrightdel
ທ່ານ ຫງວຽນແທ່ງຟອງ ປະທານຄະນະກໍາມະການປະຊາຊົນນະຄອນ ໂຮ່ຈີມິນ ຕ້ອນຮັບທ່ານ Lee Cheol Woo ເຂົ້າແຂວງໆ Gyeongsanbuk (ສ.ເກົາຫຼີ). ພາບ: congan.com.vn.

ທ່ານ Lee Cheol Woo ສະແດງຄວາມປິຕິຊົມຊື່ນຕໍ່ການພັດທະນາອັນດີງາມໃນການພົວພັນລະຫວ່າງສອງທ້ອງຖິ່ນ ແລະສະເໜີການນໍານະຄອນ ໂຮ່ຈີມິນ ສືບຕໍ່ສ້າງເງື່ອນໄຂສະດວກໃຫ້ແກ່ວິສາຫະກິດ Gyeongsangbuk ມາລົງທຶນ, ດໍາເນີນທຸລະກິດທີ່ນະຄອນ.

ໂດຍ: ກວຽດເຕິມ