ຕາມກະຊວງອຸດສາຫະກຳ ແລະການຄ້າຫວຽດນາມ ແລ້ວ, ດ້ວຍ 17 ພາກ, ອະນຸສັນຍາ 2 ສະບັບ ແລະບາງບົດບັນທຶກຊ່ວຍຈໍາພ້ອມກັບບັນດາເນື້ອໃນຕົ້ນຕໍລວມມີ: ການຄ້າສິນຄ້າ, ການຄ້າບໍລິການ, ການລົງທຶນ, ການປົກປ້ອງການຄ້າ, ການແກ່ງແຍ້ງ, ລັດວິສາຫະກິດ, ການຈັດຊື້ຂອງລັດຖະບານ, ຊັບສິນທາງປັນຍາ, ການຄ້າ ແລະການພັດທະນາແບບຍືນຍົງ, ບັນດາບັນຫານິຕິກຳ-ລະບອບລະບຽບການນັ້ນ, EVFTA ໄດ້ຮັບຖືວ່າແມ່ນສັນຍາຮອບດ້ານ, ມີຄຸນນະພາບສູງ ແລະຮັບປະກັນການດຸ່ນດ່ຽງກ່ຽວກັບຜົນປະໂຫຍດໃຫ້ທັງຫວຽດນາມ ແລະອີຢູ, ພ້ອມທັງເໝາະສົມກັບບັນດາຂໍ້ກຳນົດຂອງອົງການການຄ້າໂລກ (WTO) ກໍ່ຄືໄດ້ໃສ່ໃຈເຖິງການຜິດດ່ຽງກ່ຽວກັບລະດັບການພັດທະນາລະຫວ່າງສອງຝ່າຍ.

leftcenterrightdel
EVFTA ຈະແມ່ນກຳລັງໜູນຊຸກຍູ້ໃຫ້ແກ່ການສົ່ງອອກຂອງຫວຽດນາມ. ພາບ: baochinhphu.vn.

ອີຢູ ໃຫ້ຂໍ້ສັງເກດວ່າ, EVFTA ແມ່ນຂໍ້ຕົກລົງການຄ້າເສລີ “ຄວາມມັກໃຫຍ່ໃຝ່ສູງທີ່ສຸດນັບແຕ່ກ່ອນມາຮອດປະຈຸບັນ” ເຊິ່ງ ອີຢູ ເຄີຍລົງນາມກັບປະເທດກໍາລັງພັດທະນາ, ໃນນັ້ນຈະລົບລ້າງພາສີເກືອບ 99% ລະຫວ່າງອີຢູ ແລະຫວຽດນາມ. ຄຽງຂ້າງເລື່ອງນໍາມາເຊິ່ງບັນດາກາລະໂອກາດເສດຖະກິດສໍາຄັນ, EVFTA ກໍ່ຮັບປະກັນການຄ້າ, ການລົງທຶນ ແລະການພັດທະນາແບບຍືນຍົງ ຍາມໃດກໍ່ຄຽງຄູ່ໄປພ້ອມໆກັນ, ດ້ວຍວິທີສ້າງຕັ້ງບັນດາມາດຕະຖານສູງທີ່ສຸດກ່ຽວກັບການປົກປ້ອງແຮງງານ, ຄວາມປອດໄພ, ປົກປັກຮັກສາສິ່ງແວດລ້ອມ ແລະຜູ້ບໍລິໂພກ.

ໃນຂະນະນັ້ນ, EVIPA ຈະຊ່ວຍປົກປັກຮັກສາ ແລະເພີ່ມການລົງທຶນຂອງອີຢູ ເຂົ້າຫວຽດນາມ. ສິ່ງນີ້ໝັ້ນໝາຍວ່າຈະນໍາຫວຽດນາມ ກາຍເປັນໜຶ່ງໃນບັນດາສູນການຄ້າ ແລະການລົງທຶນຂອງອີຢູ ຢູ່ອາຊີຕາເວັນອອກສ່ຽງໃຕ້.

ໂດຍ: ເຈິ່ນຮວ່ຽນ