ທ່ານ Kunio Umeda ໃຫ້ຮູ້ວ່າ, ບັນດາວິສາຫະກິດຍີ່ປຸ່ນ ປາດຖະໜາຢາກເປີດກວ້າງການລົງທຶນຢູ່ຫວຽດນາມ ແລະຍາມໃດກໍ່ສ້າງເງື່ອນໄຂສະດວກໃຫ້ແກ່ບັນດານັກລົງທຶນ. ທ່ານ Kunio Umeda ກໍ່ຍົກອອກບາງບັນຫາລະອຽດ ຊຶ່ງຕ້ອງແກ້ໄຂໃນການຮ່ວມມືລະຫວ່າງສອງປະເທດໃນຂົງເຂດຕ່າງໆ ຄື: ການສຶກສາ-ກໍ່ສ້າງ, ການລົງທຶນ, ການຄ້າ...

ທ່ານ ຫງວຽນຊວນຟຸກ ຢ້ັງຢືນວ່າໂດຍແມ່ນຄູ່ຮ່ວມມືຍຸດທະສາດທີ່ເລິກເຊິ່ງກວ້າງຂວາງ, ສອງຝ່າຍມີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງສູງ, ພ້ອມທັງຊົມເຊີຍສອງຝ່າຍຊຸກຍູ້ການພົບປະແລກປ່ຽນປະຊາຊົນ, ພົບປະແລກປ່ຽນວັດທະນະທໍາ.

leftcenterrightdel
ທ່ານ ຫງວຽນຊວນຟຸກ, ນາຍົກລັດຖະມົນຕີຫວຽດນາມ ຕ້ອນຮັບທ່ານ Kunio Umeda ເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາຫວຽດນາມ. ພາບ: ສໍານັກຂ່າວສານຫວຽດນາມ.

ຕອນບ່າຍວັນດຽວກັນ, ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານ Yasutsugu Iwamura, ຜູ້ອໍານວຍການຝ່າຍບໍລິຫານກຸ່ມບໍລິສັດ AEON (ຍີ່ປຸ່ນ) ທັງເປັນຜູ້ອໍານວຍການໃຫຍ່ AEON MALL ຫວຽດນາມ.

ທີ່ການຕ້ອນຮັບ, ທ່ານ ຫງວຽນຊວນຟຸກ ຕີລາຄາສູງການເຄື່ອນໄຫວຂອງກຸ່ມບໍລິສັດ AEON ຢູ່ຫວຽດນາມ ແລະປາດຖະໜາຢາກກຸ່ມບໍລິສັດສືບຕໍ່ລົງທຶນຢ່າງແຮງຢູ່ຫວຽດນາມ, ຈໍາໜ່າຍຜະລິດຕະພັນຂອງຫວຽດນາມໃຫ້ຫຼາຍກວ່າອີກ.

ທ່ານ Yasutsugu Iwamura ໃຫ້ຮູ້ວ່າ, ກຸ່ມບໍລິສັດ AEON ຈະເພີ່ມວົງເງິນນໍາເຂົ້າສິນຄ້າຈາກຫວຽດນາມ ຂຶ້ນທົບ 2 ເທົ່າ ຂຶ້ນເປັນ 500 ລ້ານໂດລາສະຫະລັດ ໃນປີ 2020 ໃນສະພາບການຫວຽດນາມ ມີຄວາມສາມາດບ່ົມຊ້ອນຫຼາຍຢ່າງເພື່ອກາຍເປັນຜູ້ສະໜອງທັນຍາຫານທີ່ມີຄຸນນະພາບສູງໃຫ້ແກ່ຜູ້ບໍລິໂພກຍີ່ປຸ່ນ.

ທ່ານ ຫງວຽນຊວນຟຸກ ສະເໜີກຸ່ມບໍລິສັດ AEON ຕັ້ງໜ້າກວ່າອີກໃນການຈໍາໜ່າຍ, ເພີ່ມທະວີການສົ່ງອອກບັນດາຜະລິດຕະພັນຂອງຫວຽດນາມ ອອກສູ່ຕະຫຼາດຍີ່ປຸ່ນ.

ໂດຍ: ທູຈາງ