leftcenterrightdel
ພາບປະກອບຄັດຈາກ: ສໍານັກຂ່າວສານຫວຽດນາມ.

ທ່ານ ດັງຊວນຢຸງ ເອກອັກຄະລັດຖະທູດຫວຽດນາມ ປະຈຳ ອາກຊັງຕິນ ກ່າວໃນພິທີເປີດງານສຳມະນາ ໂດຍຕີລາຄາສູງຕໍ່ໝາກຜົນຢ່າງຕັ້ງໜ້າຂອງສອງຝ່າຍທ່ີບັນລຸໃນຊຸມປີຜ່ານມາ, ເຮັດໃຫ້ຍອດມູນຄ່າສອງສົ້ນເພີ່ມຂຶ້ນແບບໝັ້ນຄົງເມື່ອ ປີ 2018 ບັນລຸເກືອບ 3 ຕື້ໂດລາສະຫະລັດ. ຂະນະດຽວກັນ, ທ່ານ ດັງຊວນຢຸງ ຍັງໄດ້ແນະນຳບັນດາວິສາຫະກິດອາກຊັງຕິນ ກ່ຽວກັບພື້ນຖານເສດຖະກິດເປັນຕົ້ນຂົງເຂດການຄ້າ, ບັນດາຜະລິດຕະພັນສິນຄ້ານຳເຂົ້າ-ສົ່ງອອກຕົ້ນຕໍຂອງຫວຽດນາມ ກໍຄືຄວາມຮຽກຮ້ອງຕ້ອງການອັນຈຳເປັນສຳລັບບັນດາວິສາຫະກິດທ່ີຢາກລົງທຶນ ແລະດຳເນີນທຸລະກິດກັບຄູ່ຮ່ວມມືຫວຽດນາມ. ນອກນັ້ນ, ຜູ້ຕາງໜ້າຫ້ອງການຄ້າອາຊີ  ແລະບັນດາວິສາຫະກິດອາກຊັງຕິນ ໄດ້ແລກປ່ຽນບົດຮຽນໃນການເຄື່ອນໄຫວການຄ້າກັບຄູ່ຮ່ວມມື ຫວຽດນາມ ແລະອື່ນໆ.

ເນື້ອໃນ: ຂປລ