leftcenterrightdel
ພິທີຕັດແຖບຜ້າໄຂ OVECOF 2019. ພາບ: ມາຍງວຽນ.

ກ່າວຄໍາເຫັນທີ່ເວທີປາໄສ, ທ່ານ ຫງວຽນກ໊ວກເກື່ອງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ປະທານຄະນະກໍາມະການແຫ່ງລັດກ່ຽວກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ຖືວ່າ, OVECOF 2019 ຈະແມ່ນການເລີ່ມຕົ້ນໃຫ້ບັນດາເວທີປາໄສຄ້າຍຄືກັນຕໍ່ໄປໃນອະນາຄົດ. ຜ່ານເວທີປາໄສນີ້, ຫວັງວ່າກົນໄກການເຊື່ອມຕໍ່ລະຫວ່າງບັນດາວິສາຫະກິດຫວຽດນາມ, ວິສາຫະກິດ ສ.ເກົາຫຼີ ແລະນັກທຸລະກິດຊາວຫວຽດນາມ ໃນທົ່ວໂລກຈະໄດ້ຮັບການສ້າງຕັ້ງຂຶ້ນຢ່າງມີປະສິດທິຜົນ. ຜ່ານນັ້ນ, ປຸກລຸກຈິດໃຈສາມັກຄີ, ອາລົມຈິດຊົນຊາດ, ເສີມຂະຫຍາຍກໍາລັງແຮງບົ່ມຊ້ອນຢ່າງສຸດຂີດຂອງວິສາຫະກິດພີ່ນ້ອງຮ່ວມຊາດຫວຽດນາມ, ປະກອບສ່ວນສ້າງ ແລະພັດທະນາປະເທດຊາດ ກໍ່ຄືການຊຸກຍູ້ການຮ່ວມມືມິດຕະພາບລະຫວ່າງສອງປະເທດ ຫວຽດນາມ-ສ.ເກົາຫຼີ ຫຼາຍກວ່າອີກ.

leftcenterrightdel
ບັນດາຜູ້ແທນເຂົ້າຮ່ວມ OVECOF 2019. ພາບ: ມາຍງວຽນ.
leftcenterrightdel
ບັນດາຜູ້ແທນຢ້ຽມຊົມຮ້ານວາງສະແດງຜະລິດຕະພັນ. ພາບ: ມາຍງວຽນ.

ທີ່ເວທີປາໄສ, ຜູ້ແທນອຳນາດການປົກຄອງນະຄອນ Incheon ແລະວິສາຫະກິດສ.ເກົາຫຼີ ໄດ້ສະແດງຄວາມຊົມເຊີຍຕໍ່ຂໍ້ລິເລີ່ມຈັດຕັ້ງ OVECOF 2019 ຢູ່ນະຄອນ Incheon, ປະເທດ ສ.ເກົາຫຼີ. ທ່ານ Doson Yoon, ຮອງຜູ້ອໍານວຍການໃຫຍ່ກຸ່ມບໍລິສັດ CJ, ເຊິ່ງແມ່ນໜຶ່ງໃນບັນດາກຸ່ມບໍລິສັດໃຫຍ່ຂອງ ສ.ເກົາຫຼີ ທີ່ລົງທຶນຢູ່ຫວຽດນາມ ຢືນຢັນວ່າ, ຫວຽດນາມ ແມ່ນຕະຫຼາດສໍາຄັນທີ່ສຸດສໍາລັບບັນດາບໍລິສັດ ສ.ເກົາຫຼີ ຍ້ອນການໜູນຊ່ວຍຂອງລັດຖະບານຫວຽດນາມ ສະຫງວນໃຫ້ແກ່ບັນດານັກລົງທຶນ ແລະສະພາບແວດລ້ອມແຫ່ງການດໍາເນີນທຸລະກິດເປັນປົກກະຕິ.

ໂດຍ: ຄໍາແພງ